
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ509 ລົງຊຸກຍູ້ວຽກງານຢູ່ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ໃນຕອນບ່າຍຂອງວັນທີ 30 ກັນຍາ 2024 ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານ ການເມືອງນະຄອນຫຼວງວຽງຈັນ ໄດ້ສືບຕໍ່ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ວຽກງານປູພື້ນກະກຽມໃຫ້ແກ່ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ຕິດພັນກັບວຽກງານສ້າງບ້ານປ້ອງກັນຄວາມສະຫງົບດີຢູ່ບ້ານ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີ ທ່ານ ຄຳເຫວີຍ ສິງຫາທຳ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງໄຊທານີ ມີບັນດາຫົວໜ້າ, ຄະນະກອງບັນຊາການ ປກສ ເມືອງ, ກອງເສນາຮາກຖານການເມືອງນະຄອນຫຼວງວຽງຈັນ, ປກສ ກຸ່ມພະນັກງານກໍ່ສ້າງຮາກຖານ ແລະ ອໍານາດການປົກຄອງບ້ານ 8 ບ້ານອ້ອມຂ້າງເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ບຸນມາ ຫຼວງລາດ ນາຍບ້ານໆ ສີວິໄລ ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງບ້ານໃຫ້ຮູ້ວ່າ: ປະຈຸບັນພາຍໃນບ້ານ ແບ່ງອອກເປັນ 49 ໜວ່ຍ ມີ 701 ຄອບຄົວ, ມີ 677 ຫຼັງຄາເຮືອນພົນລະເມືອງທັງໝົດ 3.874 ຄົນ, ຍິງ 2.006 ຄົນ, ປະກອບມີ 03 ຊົນເຜົ່າໃຫຍ່, ລາວລຸ່ມກວມເອົາ 98% ເຜົ່າກຶມມຸກວມ 1,5%, ເຜົ່າມົ້ງກວມ 0,5% ໃນນີ້ໄດ້ຂື້ນສໍາມະໂນຄົວແລ້ວ 3,749 ຄົນ, ຍີງ 1,924 ຄົນ, ຍັງບໍ່ທັນໄດ້ຂື້ນສໍາມະໂນຄົວ 125 ຄົນ, ຍີງ 82 ຄົນ, ເປັນຄອບຄົວມີ 08 ຄອບຄົວ, ມີ 36 ຄົນ, ຍີງ 20 ຄົນ, ໄດ້ເອົາໃຈໃສ່ຕິດຕາມເກັບກຳ, ກວດກາບັນດາເຮືອນເຊົ່າ, ຫ້ອງແຖວ, ຫໍພັກ, ອາພັດເມນມີທັງໜົດ 53 ຫຼັງ, ມີ 467 ຫ້ອງ, ມີຄົນເຂົ້າມາພັກເຊົາທັງໜົດ 765 ຄົນ, ຍີງ 465 ຄົນ, ໄດ້ເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບດີ 514 ຄອບຄົວ, ເກັບກຳຂື້ນບັນຊີເປົ້າໜາຍການເຄື່ຶນໄຫວກໍ່ຄວາມບໍ່ສະຫງົບປະເພດຕ່າງໆ ມີ 13 ຄົນ, ສະພາບປະກົດການຫຍໍ້ທໍ້ເກີດຂືື້ນທັງໜົດ 31 ເລື່ອງ, ສົ່ງໃຫ້ ປກສ ເມືອງໄຊທານີດໍາເນີນ 07 ເລື່ອງ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດໃຫ້ບັນດາອົງການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດ ຂໍ້ກໍານົດກົດລະບຽບຂອງຂັ້ນເທີງວາງອອກ, ໂຄສະນາ ປະຊາສຳພັນໃຫ້ແກ່ພໍ່-ແມ່ປະຊາຊົນ ທຸກຊັ້ນຄົນພາຍໃນບ້ານ ໃຫ້ຮັບຮູ້ເຂົ້່ໃຈ ແລະ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ພ້ອມກັນປະກອບສ່ວນເຮັດວຽກງານປ້ອງກັນຄວາມສະຫງົບ, ຮ່ວມກັນເປັນເຈົ້າພາບທີ່ດີໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້ໃຫ້ມີຄວາມສະຫງົບປອດໄພ, ຈາກນັ້ນ ກໍ່ໄດ້ຮັບຟັງການປະກອບຄຳເຫັນຂອງຕາງໜ້າແຕ່ລະບ້ານທີ່ຢູ່ອ້ອມຂ້າງບ້ານສີວິໄລ ໃນການກຽມພ້ອມໃຫ້ແກ່ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສ ປປ ລາວເປັນເຈົ້າພາບ ຕິດພັນກັບວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄວ ແລະ ກໍ່ສ້າງຮາກຖານໄດ້ເນັ້ນໜັກໃຫ້ອຳນາດການປົກຄອງບ້ານ ຍົກສູງຄວາມຮັບຜິດຊອບເຕົ້າໂຮມຄວາມສາມັກຄີເປັນເຈົ້າການນຳພາ-ຊີ້ນຳ ປະຊາຊົນພາຍໃນບ້ານເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ, ບັນດາໜ່ວຍ 10 ຫຼັງຄາເຮືອນ ແລະ ປະຊາຊົນເອົາໃຈໃສ່ກວດກາ, ຕິດຕາມ ກຸ່ມຄົນບໍ່ດີທີ່ກໍ່ຄວາມບໍ່ສະຫງົບ, ຮັບປະກັນໄດ້ໃນຊ່ວງໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສ ປປລາວ ຮັບກຽດເປັນເຈົ້າພາບ, ໃຫ້ມີຄວາມສະຫງົບ 100%.

