ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະຫຼຸບວຽກງານແກ້ໄຂປະກົດການຫຍໍ້ທໍ້ທົ່ວນະຄອນຫຼວງວຽງຈັນ ແລະ ເຜີຍແຜ່ເຊື່ອມຊຶມແຜນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45

 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານແກ້ໄຂປະກົດການຫຍໍ້ທໍ້ທົ່ວນະຄອນຫຼວງວຽງຈັນ ແລະ ເຜີຍແຜ່ເຊື່ອມຊຶມຜ່ານແຜນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຂຶ້ນ ໃນວັນທີ 3 ຕຸລາ  2024 ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຫົວໜ້າພະແນກ ແລະ ພະນັກງານທີ່ຈະລົງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ເຂົ້າຮ່ວມ.

 

     ພັອ ສົມພູ ອິນທິຈັກ ຫົວໜ້າຫ້ອງການກົມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະ03 ເດືອນຜ່ານມາ ໄດ້ແກ້ໄຂສະພາບປະກົດການຫຍໍ້ທໍ້ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທັງໝົດມີ 327 ເລື່ອງ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ຮ່ວມເກັບກຳສະພາບ ແລະ ພ້ອມກັນແກ້ໄຂ ເຊັ່ນໃນກໍລະນີທີ່ບໍ່ຮ້າຍແຮງແມ່ນໄດ້ສຶກສາອົບຮົມ, ເຮັດບົດບັນທຶກກ່າວເຕືອນ ແລ້ວສົ່ງໃຫ້ຜູ້ປົກຄອງ, ຖ້າກໍລະນີທີ່ເປັນອັນຕະລາຍຮ້າຍແຮງແມ່ນໄດ້ສົ່ງມອບໃຫ້ກອງຄະດີເມືອງດຳເນີນຕາມລະບຽບກົດໝາຍ; ແກ້ໄຂບັນຫາຢາເສບຕິດໄດ້ທັງໝົດ 157 ເລື່ອງ, ສ້າງບົດບັນທຶກສັນຍາຄອບຄົວຮັກສາຄວາມສະຫງົບດີໄດ້ຈຳນວນ 445 ບ້ານ, ມີ 130.294 ຄອບຄົວ; ວຽກງານຄຸ້ມເກັບກໍາການເໜັງຕີງຂອງພົນລະເມືອງຂອບເຂດຮັບຜິດຊອບ ສາມາດເກັບກຳຄົນມາພັກເຊົາຊົ່ວຄາວໄດ້ 360 ຄົນ, ຍິງ 174 ຄົນ, ຫວຽດນາມ 10, ຍິງ 1 ຄົນ; ພ້ອມນີ້ຍັງໄດ້ຊຸກຍູ້ກຳລັງປ້ອງກັນຄວາມສະຫງົບບ້ານອອກເຄື່ອນໄຫວປ້ອງກັນເວນຍາມຮັກສາຄວາມສະຫງົບໃນຂອບເຂດຄວາມຮັບຜິດຊອບຂອງຕົນຮັບປະກັນຄວາມສະຫງົບປອດໄພສູງສຸດ, ນອກຈາກນີ້ທ່ານຍັງໄດ້ແຜນປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ44,45 ທີລາວເຮົາຮັບກຽດເປັນເຈົ້າພາບທີ່ຈະຈັດຂື້ນໃນລະວ່າງວັນທີ 5 - 12 ຕຸລາ 2024ນີ້, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນກອງປະຊຸມສຸດຍອດອາຊຽນ ພ້ອມທັງແນະນຳບັນດາວຽກງານຕ່າງໆ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃຫ້ປະກົດຜົນເປັນຈິງ ເພື່ອເປັນການກະກຽມຄວາມພ້ອມໃຫ້ຮອບດ້ານ, ແນໃສ່ຮັບປະກັນໃນການກະກຽມ ແລະ ດຳເນີນການປ້ອງກັນໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພສູງສຸດ ເພື່ອຢັ້ງຢືນເຖິງຄວາມສະຫງົບໃນດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

          ໃນຕອນທ້າຍຂອງກອງປະຊຸມທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ເຊິ່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທຸກສະຫາຍຍາດມາໄດ້ໃນໄລຍະ 03 ເດືອນຜ່ານມາພ້ອມທັງເນັ້ນໜັກໃຫ້ພະນັກງານນັກຮົບທີ່ລົງປ້ອງກັນກອງປະຊຸມອາຊຽນໃນຄັ້ງນີ້ເອົາໃຈໃສ່ວຽກງານການເມືອງແນວຄິດເປັນບັນຫາສຳຄັນ, ເພີ່ມທະວີການເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ນີ້ໃຫ້ມີຄວາມສະຫງົບ ປອດໄພສູງສຸດ.