
ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນປະທານໃນກອງປະຊຸມກອງປະຊຸມສະຫຼຸບຕີລາຄາຜົນຈັດຕັ້ງປະຕິບັດການກຽມຄວາມພ້ອມໃນການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45
ໃນວັນທີ 7 ຕຸລາ 2024 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກອງປະຊຸມສະຫຼຸບຕີລາຄາຜົນຈັດຕັ້ງປະຕິບັດການກຽມຄວາມພ້ອມໃນການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ໂດຍການເຂົ້າຮ່ວມເປັນປະທານຂອງ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານນະຄອນຫຼວງວຽງຈັນ, ມີຄະນກອງບັນຊາການ ປກສ ນະຄອນຫຼວງ, ກົມວິຊາສະເພາະ, ກອງສານາກໍ່ສ້າງຮາກຖານ ແລະ ກອງບັນຊາການ ປກສ ເມືອງ 9 ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂື້ນຜ່ານບົດລາຍງານການລົງຊຸກຍູ້ການຈັດຕັ້ງປະຕິບັດການກຽມຄວາມພ້ອມໃນການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44-45 ໃຫ້ຮູ້ວ່າ: ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານປູພື້ນໃຫ້ແກ່ວຽກງານປ້ອງກັນກ້ອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ແລະ ນໍາເອົາແນວທາງ-ນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ວຽກງານປ້ອງກັນຄວາມສະຫງົບ ປຸກລະດົມປະກອບສ່ວນເຂົ້້າໃນວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ ສຸມໃສ່ວຽກງານຄຸ້ມຄອງສໍາມະໂນຄົວ, ເກັບກໍາການເໜັງຕີງ ຂອງພົນລະເມືອງ, ກວດກາການພັກເຊົ່າ, ນໍາພາກວດກາ, ປະເມີນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕິດພັນກັບການນໍາພາ ປກສ ກຸ່ມ, ປກສ ບ້ານ, ອໍານາດການປົກຄອງບ້ານ ເຮັດໜ້າທີ່ປະຈໍາການ, ປ້ອງກັນເວນຍາມ, ຄຸ້ມຄອງ, ກວດກາ ແກ້ໄຂ ບັນດາເປົ້້າໝາຍປະເພດຕ່າງໆ ແລະ ຄົນຕ່າງປະເທດ ທີ່ເຂົ້້າມາເຄື່ອນໄຫວລະເມີດກົດໝາຍ, ລະບຽບການເປັນຕົ້ນແມ່ນເປົ້້າໝາຍ ອາດສະຍາກໍາ, ການຂ້າຂາຍຢາເສບຕິດ, ການຄຸ້ມຄອງອາວຸດເສິກ ແລະ ອື່ນໆ ຢູ່ຮາກຖານບ້ານ, ຊຸກຍູ້ຊີ້ນໍາ ໃຫ້ກໍາລັງກໍ່ສ້າງຮາກຖານ ເຮັດວຽກງານປະສານງານກັບສໍານັກງານ, ຂະແໜງການ, ອົງການປົກຄອງເມືອງ, ອົງການປົກຄອງບ້ານ ເພື່ອເຮັດວຽກງານກໍ່ສ້າງຮາກຖານ, ປຸກລະດົມປະຊາຊົນເຂົ້າຮ່ວມໃຫ້ກ້ວາງ, ເລິກເຊີ່ງເພື່ອຮັບປະກັນໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້້າພາບໃຫ້ມີຄວາມສະຫງົບປອດໄພ ການລົງຊຸກຍູ້ວຽກງານດັ່ງກ່າວ, ມີກໍາລັງ ປກຊ-ປກສ ບ້ານ, ຫົວໜ້າໜ່ວຍ 10 ຫຼັງຄາເຮືອນ ແລະ ຕາງໜ້າອົງການຈັດຕັ້ງບ້ານແຕ່ລະບ້ານທີ່ຂື້ນກັບເມືອງເຂົ້້າຮ່ວມຮັບຟັງທັງໝົດ 1,646 ຄົນ, ຍີງ 201 ຄົນ.
ໃນຕ້ອນທ້າຍຂອງກອງປະຊຸມ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານນະຄອນຫຼວງວຽງຈັນ,ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາ ສຶບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ກຳລັງເຮັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງ, ສືບຕໍ່ລົງຊຸກຍູ້ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຊື່ອມຊືມ, ກໍາແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍ-ລະບຽບການ, ສືບຕໍ່ນຳພາວຽກງານກໍ່ສ້າງຮາກຖານການເມືອງຕິດພັນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການສ້າງບ້ານຕົວແບບຕາມທິດຂອງກະຊວງກຳນົດອອກ, ຕິດຕາມ, ກວດກາ, ຊຸກຍູ້ ນໍາພາກໍາລັງ ປກສ ກຸ່ມ, ປກສ ບ້ານ ແລະ ອົງການປົກຄອງບ້ານເຄື່ອນໄຫວປ້ອງກັນເວນຍາມ ອອກກວດກາລາດຕະເວນ ຕາມຈຸດຫຼໍ່ແຫຼມ ແລະ ກວດກາຄົນພັກເຊົາ ເພື່ອຮັບປະກັນເຮັດວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ສ ປປລາວ ເປັນເຈົ້າພາບ ໃຫ້ມີຄວາມສະຫງົບປອດໄພ.

