ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ປະກາດກົງຈັກການຈັດຕັ້ງ ແລະ ປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ

ໃນຕອນບ່າຍຂອງວັນທີ 16 ຕຸລາ 2024 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ດັດເເກ້ຊັ້ນໃຫ້ພົນຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນປະທານ ຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະກົມ, ຫົວໜ້າພະແນກ, ຮອງພະແນກ, ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.

          ໃນພິທີ ທ່ານ ພັທ ນ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ່ຕົກລົງ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 4435/ກມປສ ນະຄອນຫຼວງວຽງຈັນ ລົງວັນທີ 9 ຕຸລາ 2024 ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງ ຍົກຍ້າຍ ພັທ ທອງພຸດ ພັນວັນ ຈາກກອງກໍ່ສ້າງຮາກຖານ 915 ໄປຮັບໜ້າທີ່ໃໝ່ ຢູ່ພະແນກຄຸ້ມຄອງກຳລັງປ້ອງກັນຄວາມສະຫງົບບ້ານ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 4436/ກມປສ ນະຄອນຫຼວງວຽງຈັນ ລົງວັນທີ 9 ຕຸລາ 2024, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງ ແຕ່ງຕັ້ງ ພັທ ເສີມໃສ ປິຍະວົງ ເປັນຮອງຫ້ອງການກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັທ ທອງພຸດ ພັນວັນ ເປັນຮອງຫົວໜ້າພະແນກຄຸ້ມຄອງກຳລັງປ້ອງກັນຄວາມສະຫງົບບ້ານ, ພັທ ເພັດສະໝອນ ສີລິວົງ ເປັນຮອງຫົວໜ້າ ພະແນກໄອທີ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງໜ່ວຍງານ ພະແນກໄອທີ ສະບັບເລກທີ5854/ຄກຖ ນະຄອນຫຼວງວຽງຈັນ ລົງວັນທີ 15 ຕຸລາ 2024 ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຕົກລົງ ແຕ່ງຕັ້ງ ສະຫາຍ ຮທ ພູວຽງ ສຸຂະວົງ ເປັນຮອງຫົວໜ້າໜ່ວຍງານຄຸ້ມຄອງຖານຂໍ້ມູນ ທີ່ຂຶ້ນກັບພະແນກໄອທີ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕຳຫຼວດ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 4292/ກມປສ ລົງວັນທີ 3 ຕຸລາ 2024 ຈຳນວນ 10 ສະຫາຍ, ຍິງ 3 ສະຫາຍໃນນີ້ໄດ້ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ຮ້ອຍຕີ 8 ສະຫາຍ, ຍິງ 2 ສະຫາຍ, ຊັ້ນສິບໂທ ຂຶ້ນເປັນຊັ້ນ ວາທີຮ້ອຍຕີ 2 ສະຫາຍ, ຍິງ 1 ສະຫາຍ. 

          ແລະ ໃນໂອກາດດຽວກັນນີ້້ ທ່ານ ພົວຈ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄົດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບພົນຕຳຫຼວດທີ່ໄດ້ຮັບການດັດແກ້ຊັ້ນໃໝ່ ພ້ອມທັງເນັ້ນໜັກໃຫ້ຮັກສາມູນເຊື້ອການປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ຮັກສາໄດ້ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ, ສາມາດສ້າງຄວາມເຂັ້ມແຂງໄດ້ດ້ວຍຕົນເອງ ເພິ່ງຕົນເອງ ກຸ້ມຕົນເອງ ຕາມທິດຊີ້ນຳຂອງພັກ ແລະ ສືບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດຜົນຕາມເປົ້າໝາຍ.