ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ເປີດພິທີຝຶກອົບຮົມເຊື່ອມຊຶມເອກະສານການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອັກໂຕຣນິກ

ໃນວັນທີ 30 ຕຸລາ 2024 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີຝຶກອົບຮົມເຊື່ອມຊຶມເອກະສານການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານເອເລັກໂຕຣນິກຂື້ນ ໂດຍການເປັນປະທານຂອງທ່ານ  ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຮອງກົມ, ຄະນະກອງບັນຊາການ ປກສ ນະຄອນຫຼວງ, ປກສ ແຂວງ, ຄະນະຮັບຜິດຊອບ ແລະ  ສໍາມະນາກອນຈາກກົມ,ປກສນະຄອນຫຼວງ,ປກສແຂວງໃນທົ່ວປະເທດເຂົ້າຮ່ວມ.

ໃນພິທີທ່ານ ພັທ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ ຫົວໜ້າພະແນກການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2989/ປກສ ລົງວັນທີ 24 ຕຸລາ 2024 ວ່າດ້ວຍການອະນຸມັດເປີດຝຶກອົບຮົມການໂອນຖ່າຍສໍາເນົາ ສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ,

ພ້ອມນີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການໂອນຖ່າຍສໍາເນົາ ສໍາມະໂນຄົວເປັນເອກະສານເອເລັກໂຕຣນິກ ສະບັບເລກທີ 2965/ປກສ ລົງວັນທີ 21 ຕຸລາ 2024; ແຜນການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຣນິກ; ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແບບຟອມເກັບກໍາຂໍ້ມູນເຂົ້າໃນລະບົບຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ; ອະທິບາຍແບບຟອມເກັບກໍາຂໍ້ມູນເຂົ້າໃນລະບົບຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ  ການນຳໃຊ້ຊອບແວ, ຂັ້ນຕອນການຫົນປ່ຽນຂໍ້ມູນ, ການສ້າງຊ່ອງບັນທຶກ ແລະ ຫັນປ່ຽນຂໍ້ມູນ, ຂັ້ນຕອນແກ້ໄຂຂໍ້ມູນຫຼັງຈາກການຫັນປ່ຽນ, ຂັ້ນຕອນການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ,ການເກັບກໍາຂໍ້ມູນ,ການຄົ້ນຫາແລະການລາຍງານສະທິຕິ.
         ໃນຕອນທ້າຍຂອງພິທີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ມອບເຄື່ອງອຸປະກອນໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຣນິກ ໃຫ້ບັນປກສ ແຂວງ ພ້ອມທັງເນັ້ນໃຫ້ທຸກສະຫາຍຈົ່ງນຳເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ໄປສືບຕໍ່ຜັນຂະຫຍາຍຝຶກສອນ, ຖ່າຍທອດບົດຮຽນໃຫ້ບັນດາ ປກສ ເມືອງ/ນະຄອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ສືບຕໍ່ເກັບກຳຂໍ້ມູນ, ໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານເອເລັກໂຕຣນິກ ໃຫ້ສຳເລັດຕາມແຜນການ.