ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ເປັນປະທານເປີດກອງປະຊຸມທົດລອງການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຼນິກ ຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ

ໃນວັນທີ 5 ພະຈິກ 2024 , ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນປະທານເປີດກອງປະຊຸມທົດລອງການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຼນິກ ຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພັທ ປະເສີດ ພົມມະລັດ ຮອງກອງບັນຊາການ ປກສ ແຂວງ ຫຼວງພະບາງ, ມີບັນດາທ່ານຕາງໜ້າທີມງານຈາກກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການປົກຄອງແຂວງ, ພະແນກພາຍໃນແຂວງ, ເຈົ້ານະຄອນ, ເຈົ້າເມືອງ, ຮອງເຈົ້າເມືອງ, ບັນດາຫ້ອງອ້ອມຂ້າງກອງບັນຊາການ, ປກສ 11 ເມືອງ 1 ນະຄອນເຂົ້າຮ່ວມ.

          ໃນພິທີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ໃນນີ້ທ່ານ ພັທ ເວນິດ ຕະນະນາດ ຮອງຫົວໜ້າຫ້ອງການກົມ 509 ໄດ້ຂື້ນຜ່ານຂໍ້ຕົກລົງ ເລກທີ 6291/ ຄກຖ ລົງວັນທີ 1 ພະຈິກ 2024 ວ່າດ້ວຍການແຕ່ງຕັ້ງຊັບຊ້ອນພະນັກງານລົງຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕນິກຢູ່ບັນດາເມືອງຂອງແຂວງຫຼວງພະບາງ; ຜ່ານແຜນການເລກທີ 50/ປກສ ລົງວັນທີ 31 ຕຸລາ 2024 ວ່າດ້ວຍການລົງຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕນິກຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ໃນລະຫວ່າງວັນທີ 5​-​15 ພະຈິກ 2024; ຂໍ້ຕົກລົງເລກທີ 3059/ປກສ ລົງວັນທີ 31 ຕຸລາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງຜັນຂະຫຍາຍການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕນິກ ເພື່ອຈັດຕັ້ງຜັນຂະຫຍາຍແຜນກໍ່ສ້າງລະບົບຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວໃຫ້ແກ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານ ປກສ ຂັ້ນແຂວງ ປກສ ຂັ້ນເມືອງ - ນະຄອນ ໃນໄລຍະ 3 ປີ 2024 – 2026 ໃຫ້ເປັນຮູບປະທໍາໃນວຽກງານຕົວຈິງ, ເຮັດໃຫ້ພະນັກງານ ປກສ ຂັ້ນແຂວງ, ຂັ້ນເມືອງເຂົ້າໃຈແຈ້ງໃນການນໍາໃຊ້ລະບົບເຊື່ອມໂຍງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວກັບບັນດາກະຊວງອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ   ແລະ ບັນດາແຂວງ, ສ້າງພື້ນຖານໂຄງລ່າງຂໍ້ມູນຕົ້ນຕໍກ່ຽວກັບທີ່ຢູ່ອາໄສແຕ່ລະຂັ້ນຕອນເພື່ອກ້າວເຂົ້າສູ່ການຫັນເປັນດີຈີຕອນແຫ່ງຊາດ,ນອກຈາກນີ້ຍັງເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດແຜນເກັບກໍາ, ທົດລອງປ່ອນຂໍ້ມູນເຂົ້າໃນລະບົບໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

          ໃນຕອນທ້າຍຂອງ ພົຈວ ແກ່ນຈັນ ພົມມະຈັກ ກໍ່ໄດ້ມີຄໍາເຫັນໂອລົມ ແລະ ເນັ້ນໜັກບາງບັນຫາເຊີ່ງທ່ານໄດ້ແນະນໍາໃຫ້ບັນດາທ່ານຜູ່ທີ່ຢູ່ໃນຂໍ້ຕົກລົງແຕ່ງຕັ້ງຮັບຜິບຊອບມອບໝາຍໜ້າທີ່ວຽກງານ, ນັບທັງ ປກສ ແຂວງ, ປກສ 11 ເມືອງ, 1 ນະຄອນ ແລະ ບັນດາພະແນກການອ້ອມຂ້າງແຂວງນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້,ໄປສືບຕໍ່ຜັນຂະຫຍາຍໃຫ້ບັນດາກົມກອງຂອງຕົນເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນມີຜົນສໍາເລັດຕາມລະດັບຄາດໝາຍ.