
ກອງປະຊຸມຝຶກອົບຮົມວຽກງານກໍ່ສ້າງຮາກຖານ
ໃນຕອນເຊົ້າ ຂອງວັນທີ 6 ມັງກອນ 2025 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມ ການຝຶກອົບຮົມວຽກງານກໍ່ສ້າງຮາກຖານ ໂດຍມີການນຳຂັ້ນກົມ, ຄູອາຈານທີ່ຈະຂຶ້ນບັນຍາຍເອກະສານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ນັກສຳມະນາກອນ 42 ສະຫາຍເຂົ້າຮ່ວມ.
ອີງຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບເຂດທົ່ວປະເທດ, ສະບັບເລກທີ 659/ປກສ, ລົງວັນທີ 12ເມສາ 2019, ເພື່ອຍົກສູງລະດົບວຽກງານວິຊາສະເພາະ ໃຫ້ແກ່ພະນັກງານທີ່ຈະລົງກໍ່ສ້າງຮາກຖານໃໝ່ ກຳແໜ້ນລະບຽບຫຼັກການ ທາງດ້ານວິຊາສະເພາະ, ກໍາໄດ້ແນວທາງນະໂຍບາຍຂອງພັກ- ກົດໝາຍຂອງລັດ ຮູ້ໝູນໃຊ້ບົດຮຽນເຂົ້າໃນພຶດຕິກໍາຕົວຈິງ, ກໍາໄດ້ແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ນຳໄປຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນສູງ, ເຮັດໃຫ້ພະນັກງານຮັບຮູ້ເຂົ້າໃຈກ່ຽວກັບບາດກ້າວ, ຂັ້ນຕອນ ແລະ ກຳໄດ້ລະບຽບຫຼັກການໃນການຫັນລົງກໍ່ສ້າງຮາກຖານ,ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະດໍາເນີນໄປເປັນເວລາ 2 ວັນ ນັບຕັ້ງແຕ່ ວັນທີ 6 ມັງກອນ ເຖິງວັນທີ 7 ມັງກອນ 2025 ເຊິ່ງ ເອແກະສານທີ່ຈະນໍາມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຄຸ້ມຄອງອາຊີບ ພາຫະນະພິເສດ, ວຽກງານຢ້ຽມຢາມຖາມຂ່າວ, ວຽກງານສັນຕິບານ, ວຽກງານສ້າງຄວາມເຂັ້ມແຂງໃນທ້ອງຖິ່ນ, ແລະ ລະບຽບຂອງກຳລັງກໍ່ສ້າງຮາກຖານ.

