
ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ 2025
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ2025 ,ໃນວັນທີ 28 ມັງກອນ 2025 ນີ້, ພາຍໃຕ້ການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ແລະ ໜ່ວຍງານອ້ອມຂ້າງກົມເຂົ້າຮ່ວມ.
ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ສະຫຼຸບຕີລາຄາຄືນຜົນງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ: ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ, ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານດ້ວຍຄວາມຮັບຜິດຊອບສູງ; ໂດຍເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນຢ່າງຕັ້ງໜ້າຕໍ່ວຽກງານການເມືອງແນວຄິດ ແລະ ວຽກງານວິຊາສະເພາະ ຍົກລະດັບຄວາມຮູ້ຄວາມສາມາດ ເປັນເຈົ້າການໃນການສ້າງແຜນການກວດກາສັງລວມສະພາບການຕ່າງໆຢູ່ບັນດາຈຸດຫຼໍ່ແຫຼມກອງກໍ່ສ້າງຮາກຖານ, ຄົ້ນຄວ້າແຜນການລົງຊຸກຍູ້ປັບປຸງ, ເກັບກຳສະຖະຕິວຽກງານ ປກສ ກຸ່ມ, ປກສ ບ້ານ, ສຸມໃສ່ເຮັດວຽກງານອາຊີບ-ພາຫະນະພິເສດ ເກັບກຳ, ຂື້ນບັນຊີອາວຸດປືນເສີກ ແລະ ຄຽງຄູ່ກັນນີ້ຍັງໄດ້ສຸມໃສ່ເຮັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ, ປະຈຸບັນແມ່ນສຸມໃສ່ໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ລົງສົບທົບກັບບັນດາແຂວງ, ເມືອງ, ນະຄອນ,ສຸ່ມໃສ່ເຮັດວຽກງານໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານເອເລັກໂຕຣນິກ ປະຈຸບັນສາມາດສັງລວມສະຖິຕິພົນລະເມືອງໃນທົ່ວໄດ້ທັງໝົດ 148 ເມືອງ, ຈຳນວນ 8,402 ບ້ານ, ຈຳນວນ 1,379,657 ຫຼັງຄາເຮືອນ, ຈຳນວນ 1,431,847 ຄອບຄົວຈໍານວນພົນ 7,411,711 ຄົນ, ຍິງ 3,724,852 ຄົນ, ອາຍຸ 15 ປີ ຂຶ້ນໄປ 5,046,091 ຄົນ, ຍິງ 2,606,477 ຄົນ; ໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ ໄດ້ 33,594 ຄອບຄົວ ໃນຈໍານວນຄອບຄົວທີ່ບໍ່ທັນໄດ້ປ້ອນເຂົ້າໃນລະບົບ 713,861 ຄອບຄົວ ບັນລຸໄດ້ 21%.
ທິດທາງວຽກຈຸດສຸມໃນປີ 2025, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈະສືບຕໍ່ເພີ່ມທະວີວຽກງານການເມືອງແນວຄິດ ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ສືບຕໍ່ຈັດຕັ້ງປະຕິບັດການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕນິກໃຫ້ສຳເລັດຕາມແຜນການໃນຂອບເຂດ ທົ່ວປະເທດ; ສືບຕໍ່ ຕິດຕາມ ແກ້ໄຂຄຸ້ມຄອງລະບົບ PIM, ອຸປະກອນໃນຫ້ອງສູນຂໍ້ມູນ, ລະບົບສັນຍານສາຍສົ່ງ ແລະ ອຸປະກອນເຄືອຂ່າຍໃນທົ່ວປະເທດ ສືບຕໍ່ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮີບໂຮມ ຂຶ້ນບັນຊີ ຄຸ້ມຄອງອາວຸດປືນເສິກກ່ຽວກັບວຽກງານຄຸ້ມຄອງອາຊີບ-ພາຫະນະພິເສດໃຫ້ສຳເລັດຕາມແຜນການ.

