ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານ-ການເມືອງ 920 ສະຫຼຸບວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການ 2025.

      ເພື່ອເປັນການສະຫຼຸບ, ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ-ການເມືອງ ປະຈໍາປີ 2024 ແລະ ວາງທິດທາງແຜນການ 2025 ດັ່ງນັ້ນ, ກອງກໍ່ສ້າງຮາກຖານ-ການເມືອງ 920 ໄດ້ຈັດກອງປະຊຸມດັ່ງກ່າວຂື້ນໃນຕອນເຊົ້າ ຂອງວັນທີ 3 ມີນາ 2025 ທີ່ ຫ້ອງການບ້ານ ນາມອນ ເມືອງລ້ອງຊານ ແຂວງໄຊສົມບູນ, ພາຍໃຕ້ການເປັນປະທານຂອງ ທ່ານ ຈຸນດາ ຄຳບຸນມີ ເຈົ້າເມືອງໆຮົ່ມ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ທ່ານ ພັອ ທອງພຽນ ກົງສະເດັດ ຮອງກອງບັນຊາການ ປກສ ແຂວງໄຊສົມບູນ, ມີ ຄະນະກອງກໍ່ສ້າງຮາກຖານ 920, ພ້ອມດ້ວຍແຂກຖືກເຊີນ, ກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານ ປະຈຳເມືອງລ້ອງຊານ ແລະ ເມືອງຮົ່ມ ເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ພັທ ສອນໄຊ ໜໍ່ມັງເມກ ຫົວໜ້າກອງກໍ່ສ້າງຮາກຖານ-ການເມືອງ 920 ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ-ການເມືອງ ໃນໄລຍະ 01 ປີຜ່ານມາກອງກໍ່ສ້າງຮາກຖານ-ການເມືອງ 920 ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍນຳເອົາມະຕິ, ຄຳສັ່ງຕ່າງໆຈາກຂັ້ນເທິງມາເຜີຍແຜ່ 27 ຄັ້ງ, ຄຽງຄູ່ ລົງເຄື່ອນໄຫວໂຄສະນາປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າໄດ້ເຊື່ອມຊືມ, ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 102 ຄັ້ງ, ມີ 14 ບ້ານ, ລົງເກັບກຳສະຖິຕິພົນລະເມືອງທີ່ຈົດທະບຽນຂື້ນສຳມະໂນຄົວແລ້ວ ແລະ ຍັງບໍ່ທັນຈົດທະບຽນຂື້ນສຳມະໂນຄົວ ສຳເລັດ ເປັນຕົ້ນ ຈຸດສຸມກຸ່ມໂພນສະຫວາດ ເມືອງລ້ອງຊານ ມີທັງໝົດ 08 ບ້ານ, ມີ 1,346 ຄອບຄົວ, ຈົດທະບຽນຂື້ນສໍາມະໂນຄົວ ທັງໝົດ1,305 ຄອບຄົວ, ຍັງບໍ່ທັນຈົດທະບຽນສຳມະໂນຄົວ 41 ຄອບຄົວ. ກຸ່ມຫ້ວຍຊາຍ ແລະ ກຸ່ມພູກະທະ ເມືອງຮົ່ມ ມີທັງໝົດ 6 ບ້ານ, ມີ 709 ຄອບຄົວ, ຈົດທະບຽນຂື້ນສຳມະໂນຄົວແລ້ວ 646 ຄອບຄົວ, ຍັງບໍ່ທັນຈົດທະບຽນຂຶ້ນສຳມະໂນຄົວ 63 ຄອບຄົວ, ກວດກາຄົນມາພັກເຊົາຊົ່ວຄາວ ໄດ້ທັງໝົດ 869 ຄົນ, ຍິງ 73 ຄົນ, ຄົນຕ່າງປະເທດ 103 ຄົນ, ຍີງ 33 ຄົນ, ເອົາໃຈໃສ່ນໍາພາ-ຊີ້ນໍາກໍາລັງ ປກສ ບ້ານ, ກອງຫຼອນບ້ານ ເຄື່ອນໄຫວປ້ອງກັນເວນຍາມວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ສຳເລັດການຝືກອົບຮົມກຳລັງ ປກສ ກອງຫຼອນບ້ານ, ພ້ອມນັ້ນ ຍັງໄດ້ເກັບກຳຂື້ນບັນຊີຕິດຕາມ, ຄຸ້ມຄອງ, ເກັບກຳ ອາວຸດລ່າເນື້ອໄດ້ທັງໝົດ 27 ກະບອກ, ໝາກແຕກ 02 ໜ່ວຍ ແລະ ເຄື່ອງອື່ນໆ ພ້ອມທັງສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອໄປທຳລາຍ, ສຳເລັດການສ້າງບົດບັນທືກຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ໄດ້ທັງໝົດ 14 ບ້ານ, ມີຈຳນວນພົນທັງໝົດ 2,055 ຄອບຄົວ, ໄດ້ປະກາດຮັບຮອງບ້ານປ້ອງກັນຄວາມສະຫງົບດີ ໄດ້ 03 ບ້ານຄື: ບ້ານດອນສຳພັນ, ບ້ານນ້ຳມຸ່ງ ແລະ ບ້ານ ຜາແອ່ນ, ພ້ອມນັ້ນ ຍັງໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງສືກສາອົບຮົມກຸ່ມແກ້ງມົ້ວສຸມຢາເສບຕິດ ແລະ ຜູ້ລະເມີດກົດໝາຍ ໄດ້ທັງໝົດ 11 ຄັ້ງ ມີ 40 ຄົນ, ຍິງ 06 ຄົນ. ໄດ້ເຂົ້າຮ່ວມປັບປຸງອຳນາດການປົກຄອງບ້ານ 14 ບ້ານ, ເຂົ້າຮ່ວມປະກາດຮັບຮອງເປັນບ້ານພັດທະນາແຮງງານ ແລະ ສະຫວັດດີການ 02 ບ້ານ, ໄດ້ນຳພາພະນັກງານກໍ່ສ້າງຮາກຖານ ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຂາດແຮງງານໄດ້ 3,298 ຄັ້ງ, ມີ4,611 ແຮງງານ. ຈາກນັ້ນ, ບັນດາພະນັກງານທີ່ລົງປະຈໍາແຕ່ລະບ້ານໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ພ້ອມທັງວາງທິດທາງ ຈຸດສຸມວຽກງານໃນຕໍ່ໜ້າ. ໂອກາດດຽວກັນ ຄະນະປະທານກອງປະຊຸມຍັງໄດ້ໃຫ້ທິດຊີ້ນໍາ ແລະ ໂອລົມກອງປະຊຸມ ໂດຍເນັ້ນໜັກຕໍ່ກັບທິດທາງແກ້ໄຂໃນຕໍ່ໜ້າຂອງກອງກໍ່ສ້າງຮາກຖານ-ການເມືອງ 920.

    ໃນຕອນທ້າຍຂອງກອງປະຊຸມ ທ່ານ ຈຸນດາ ຄໍາບຸນມີ ເຈົ້າເມືອງໆຮົ່ມ ແຂວງໄຊສົມບູນ ຍັງໄດ້ໂອລົມກໍ່ກອງປະຊຸມດັ່ງກ່າວ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 01 ປີ ຜ່ານມາພ້ອມທັງເນັ້ນໜັກໃຫ້ ເອົາໃຈໃສ່ວຽກງານສືກສາອົບຮົມແນວຄິດ ໃຫ້ພະນັກງານໃນຂັ້ນຂອງຕົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງໂດຍນຳເອົາມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງມາໂຄສະນາເຜີຍແຜ່, ເພີ່ມທະວີການຕິດຕາມ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ເກັບກຳ, ຂື້ນບັນຊີອາວຸດເລີກ, ອາວຸດລ່າເນື້ອ ແລະ ຂຶ້ນບັນຊີເປົ້າໝາຍຕ່າງໆຢ່າງລະອຽດ, ເອົາໃຈໃສ່ຊຸກຍູ້ອຳນາດການປົກຄອງບ້ານໃຫ້ເຂັ້ມແຂງ, ເຕົ້າໂຮມຄວາມສາມັກຄີບ້ານໃນບ້ານ ໃຫ້ເປັນປືກແຜນແໜ້ນໜ້າ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງສຸດ.

Photo
Photo