
ປະກາດຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນ ນາຍ ແລະ ພົນຕຳຫຼວດ ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ໃນວັນທີ 4 ມີນາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ປະກາດຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນ ນາຍ ແລະ ພົນຕຳຫຼວດ ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍການເປັນກຽດເຂົ້າຮ່ວມຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມເຂົ້າຮ່ວມ.
ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການ ຍົກຍ້າຍ, ນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຈຳນວນ 25 ສະຫາຍ, ຍີງ 02 ສະຫາຍ, ຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການ ແຕ່ງຕັ້ງ ນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເປັນຫົວໜ້າ ແລະ ຮອງພະແນກ, ກອງກໍ່ສ້າງຮາກຖານຈຳນວນ 27 ສະຫາຍ, ຍີງ 03 ສະຫາຍ ແລະ ຜ່ານຂໍ້ຕົກລົງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການຍົກຍ້າຍ ນາຍຕໍາຫຼວດ ຂັ້ນໜ່ວຍງານຂອງຫ້ອງການກົມ, ສູນຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຈຳນວນ 32 ສະຫາຍ, ຍີງ 08 ສະຫາຍ, ຂໍ້ຕົກລົງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານ ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຈຳນວນ 74 ສະຫາຍ, ຍີງ 11 ສະຫາຍ ແລະ ຂໍ້ຕົກລົງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການສັບຊ້ອນພົນຕໍາຫຼວດເຂົ້າໃສ່ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ບັນດາພະແນກ ທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຈຳນວນ 38 ສະຫາຍ ຕື່ມອີກ.
ໃນໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນ ໃນຄັ້ງນີ້ ເຊິ່ງມັນສະແດງເຖິງຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ກົມກອງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.

