ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການກົມ ແລະ ຫົວໜ້າພະແນກສຳມະໂນຄົວລາວຂື້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ

ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການກົມ ແລະ ຫົວໜ້າພະແນກສຳມະໂນຄົວລາວ ທີ່ຂື້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃນຕອນເຊົ້າຂອງວັນທີ 11 ມີນາ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກົມ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພະແນກອ້ອມຂ້າງກົມເຂົ້າຮ່ວມ.

ໃນພິທີ ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 838/ກມປສ, ລົງວັນທີ 17 ກຸມພາ 2025, ທ່ານ ພັອ ສົມພູ ອິນທິຈັກ ຈາກຫ້ອງການກົມ ໄປຮັບໜ້າທີ່ໃໝ່ຢູ່ ພະແນກສໍາມະໂນຄົວລາວ ແລະ ທ່ານ ພັທ ສີທັດ ຄໍາມະນີວົງ ຈາກພະແນກສໍາມະໂນຄົວລາວ ໄປຮັບໜ້າທີ່  ໃໝ່ຢູ່ ຫ້ອງການກົມ. 

ໂອກາດດັ່ງກ່າວ, ທ່ານ ພັອ ສົມພູ ອິນທິຈັກ ຫົວໜ້າຫ້ອງການກົມ ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນຳພາ-ຊີ້ນຳວຽກງານຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງເປັນຫົວໜ້າຫ້ອງການກົມ, ພ້ອມທັງກ່າວມອບໜ້າທີ່ ສືບຕໍ່ເຮັດວຽກສືກສາອົບຮົມການເມືອງແນວຄິດໃຫ້ສຳມະຊິກພັກ, ນາຍແລະ ພົນຕຳຫຼວດ, ໃນຫ້ອງການກົມ ແລະ ພະແນກສຳມະໂນຄົວລາວໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ເປັນເສນາທິການໃຫ້ຂັ້ນເທີງໃນການຈັດ ຕັ້ງປະຕິບັດວຽກງານວິຊາສະເພາະ ຕິດຕາມຊຸກຍູ້ການສະຫຼຸບສັງລວມ ການໂອນຖ່າຍຂໍ້ມູນສຳມະໂນຄົວເປັນເອກະສານເອກເລັກໂຕນິກໃນບັນດາແຂວງ, ເມືອງທົ່ວປະເທດ, ຈັດກອງປະຊຸມຮ່ວມກັບກົມໃຫຍ່ຕໍາຫຼວດປຶກສາຫາກ່ຽວກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຢູ່ເມືອງລອງ ແຂວງຫຼວງນໍ້າທາ, ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜີ້ງແຂວງບໍແກ້ວ, ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງຫີນບູນແຂວງຄຳມ່ວນ, ຈັດຕັ້ງຜັນຂະຫຍາຍວຽກງານຄຸ້ມຄອງເອກະສານ ຫັນເປັນປະຕູດຽວ, ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກມອບ – ຮັບ ໜ້າທີ່ຢ່າງເປັນທາງການ.

ໃນຕອນທ້າຍຂອງພິທີ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນບັນຫາສຳຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ປັບປຸງການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ,ຄະນະບັນຊາ, ເພີ່ມທະວີປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເຂັ້ມແຂງ, ໜັກແໜ້ນເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງໃນການນຳພາ-ຊີ້ນຳ ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບ