ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມຊຸກຍູ້ການປະຕິບັດວຽກງານ ແລະ ປະກາດການຈັດຕັ້ງ ຢູ່ກອງກໍ່ສ້າງຮາກຖານການເມືອງ 920

Photoໃນວັນທີ 27 ມີນາ 2025 ກອງກໍ່ສ້າງຮາກຖານການເມືອງ 920 ໄດ້ຈັດກອງປະຊຸມຊຸກຍູ້ການປະຕິບັດວຽກງານ ແລະ ປະກາດການຈັດຕັ້ງ ຢູ່ກອງກໍ່ສ້າງຮາກຖານການເມືອງ 920 ເປັນປະທານຂອງ ພັອ ລີຊວາ ໄຊຍະຊ່າງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີກອງບັນຊາການເມືອງລ້ອງຊານ, ຫ້ອງສໍາມະໂນຄົວ ປກສ ແຂວງ ໄຊສົມບູນ, ປກສ ກຸ່ມບ້ານ ແລະ ພະນັກງານກອງກໍ່ສ້າງຮາກຖານ 920 ເຂົ້າຮ່ວມ.

Photo

ໃນກອງປະຊຸມ ພັທ ສອນໄຊ ໜໍ່ມັງເມກ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 920  ໄດ້ຜ່ານແຜນການຈັດຕັ້ງວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ປຸກລະດົມກຳລັງແຮງທົ່ວປວງຊົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ - ພັດທະນາຕິດພັນກັບວຽກງານ 3 ສ້າງຢູ່ໃນປີ 2025 ຄື ຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກຖານການເມືອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສ້າງແຜນວຽກງານຈັດຕັ້ງປະຕິບັດວຽກງານການກໍ່ສ້າງຮາກຖານການເມືອງຕິດພັນວຽກງານວິຊາສະເພາະ, ວຽກງານປູພື້ນໃຫ້ແກ່ການປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ແນວຄິດ, ວຽກງານປ້ອງກັນຄວາມສະຫງົບ, ແຜນວຽກຄຸ້ມຄອງສຳມະໂນຄົວ ຕິດພັນກັບການຈັດສັນຄວາມບໍເປັນລະບຽບຂອງສັງຄົມ ແລະ ແກ້ໄຂປະກົດການຫຍໍ້ທໍ້, ແກ້ໄຂຄົນຕ່າງປະເທດທີ່ລະເມີດກົດໝາຍ ແລະ ລະບຽບການຢູ່ບັນດາຈຸດຫຼໍ່ແຫຼມໃຫ້ຈັດຕັ້ງປະຕິບັດສຳເລັດໃນເດືອນ ທັນວາ ປິ 2025

Photo
Photo

ໃນໂອກາດນີ້ ຮອ ວິລະວົງ ອິນທະສອນ ຮອງໜ່ວຍງານປະກັນສັງຄົມ ພະແນການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງນາຍຕຳຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 839/ກມປສ, ລົງວັນທີ 17 ກຸມພາ 2025, ໃນນີ້ປະກາດແຕ່ງຕັ້ງ ພັທ ຄໍາໃສ ຫຼຽນໄຊຊະນະ ເປັນຮອງກອງກໍ່ສ້າງຮາກຖານ 920. ຜ່ານຂໍ້ຕົກລົງຂອງກົມຄຸ້ມຄອງສພມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານ ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ສະບັບເລກທີ 1262/ຄກຖ, ລົງວັນທີ 19 ກຸມພາ 2025.

Photo

ໃນຕອນທ້າຍຂອງກອງປະຊຸມ ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກອງກໍ່ສ້າງຮາກຖານ 920 ແລະ ຜູ້ໄດ້ຮັບແຕ່ງຕັ້ງໜ້າທີ່ໃຫມ່ໃນຄັ້ງນີ້ ໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ກອງກໍ່ສ້າງຮາກຖານ 920 ເປັນບັນຫາສໍາຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ປັບປຸງການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະບັນຊາ, ເພີ່ມທະວີປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເຂັ້ມແຂງ, ໜັກແໜ້ນເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງໃນການນຳພາ-ຊີ້ນຳ ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບຫຼັກການ.Photo

Photo