
ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກທີ່ ຂື້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ, ຫົວໜ້າພະແນກພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ, ທີ່ຂື້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃນຕອນບ່າຍຂອງວັນທີ 11 ມີນາ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ ຮອງກົມຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພະແນກອ້ອມຂ້າງກົມເຂົ້າຮ່ວມ.
ໃນພິທີ ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 838/ກມປສ, ລົງວັນທີ 17 ກຸມພາ 2025, ໃນນີ້ໄດ້ຍົກຍ້າຍ ທ່ານ ພັທ ຫົງຄໍາ ພັນທະລັງສີ ຈາກພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ຢູ່ ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ, ທ່ານ ພັທ ຫຍຸຍ ເພັງເມືອງຄູນ ຈາກພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ ໄປຮັບໜ້າທີ່ໃໝ່ຢູ່ ພະແນກປ້ອງກັນຄວາມສະຫງົບກຸ່ມບ້ານ.
ໂອກາດດັ່ງກ່າວ, ທ່ານ ພັທ ຫົງຄໍາ ພັນທະລັງສີ ຫົວໜ້າພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ ໄດ້ຜ່ານບົດສະຫຼຸບຫຍໍ້ ພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ, ພະແນກພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ, ໃນການນຳພາ-ຊີ້ນຳວຽກງານຕະ ຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງເປັນຫົວໜ້າພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ, ພ້ອມທັງກ່າວມອບໜ້າທີ່ ນໍາພາຈັດຕັ້ງປະຕິບັດຄໍາສັ່ງ 563/ປກສ, ປກສ ວ່າດ້ວຍການເກັບກາ ຮີມໂຮມຂື້ນບັນຊີຄຸ້ມຄອງອາວຸດລົງຊຸກຍູ້ໃນການເປີດກອງປະຊຸມການຈັດຕັ້ງປະຕິບັດ ຄໍາສັ່ງ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ11/ນຍ ວ່າດ້ວຍການເກັບກູ້ ອາວຸດປືນເສິກ ຢູ່ບັນດາ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ສະມາດເກັບກູ້ ອາວຸດປືນເສິກໄດ້ທັງໝົດ 3,626 ກະບອກ, ປືນສັ້ນ 2,400 ກະບອກ, ປືນເຫຼັກຍາວ1,226 ກະບອກ, ຄະນະພະແນກພວກເຮົາໄດ້ລົງເຄື່ອນໄຫວປະສານຊີ້ນຳວຽກງານວິຊາສະເພາະ ແລະ ຄຸ້ມຄອງມະຫາພາກຕາມສາຍຕັ້ງຢູ່ບັນດາແຂວງ ໃນຂອບເຂດທົ່ວແທດພ້ອມທັງກວດກາ ແລະ ຕິດຕາມ ການປ້ອນຂໍ້ມູນທະບຽນປະຫວັດ ຖ່າຍຮູບ, ພິມລາຍນີ້ວມື ເຂົ້າສູ້ລະບົບໂປຣແກຣມ ໃນການຄຸ້ມຄອງພົນລະເມືອງດ້ວຍລະບົບທັນສະໄໝຢູ່ ໃນຂອບເຂດທົ່ວປະເທດ ແລະຄອບຄົວການນໍາສາມາດອອກບັດປະຈຳຕົວໄດ້ ພິມບັດໄດ້ຈຳນວນທັງໝົດ: 227,473 ບັດ, ຍິງ 122,142 ບັດ, ພິມບັດຕ່າງດ້າວໄດ້ທັງໝົດ 1,277 ບັດ, ຍິງ 551 ບັດ, ບັດບໍ່ໄດ້ມາດຖານຍ້ອນເຄື່ອງຈັກ,ລີບບອນລີດບໍ່ແຈບ,ຕົວໜັງສືບໍ່ແຈ້ງ 1,652 ບັດ, ຈັດສົ່ງບັດປະຈໍາຕົວໃຫ້ແຕ່ລະແຂວງໄດ້ 15 ແຂວງໄດ້ທັງໝົດ 192,922 ບັດ, ຍິງ 105,696 ບັດ, ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກມອບ – ຮັບ ໜ້າທີ່ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ, ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ ຮອງກົມຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນບັນຫາສຳຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ປັບປຸງການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ,ຄະນະບັນຊາ, ເພີ່ມທະວີປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເຂັ້ມແຂງ, ໜັກແໜ້ນເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງໃນການນຳພາ-ຊີ້ນຳ ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບ

