
ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ອ້ອມຂ້າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈຳປີ 2024
ໃນວັນທີ 5 ມີຖູນາ 2025 ນີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ພ້ອມທັງ ມອບໃບຢັ້ງຢືນ ໃຫ້ບັນດາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ອ້ອມຂ້າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈຳປີ 2024; ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາ ຄະນະພັກ, ຄະນະໜ່ວຍພັກຮາກຖານພະແນກ ແລະ ສຳມະຊິກພັກອ້ອມຂ້າງກົມເຂົ້າຮ່ວມ.
ສະຫາຍ ພັອ ນາງ ເຂັມຄໍາ ໄຊຍະເພັດ ຄະນະພັກກົມ ເລຂາໜ່ວຍພັກຮາກຖານພະແນກການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮູ້ວ່າ: ຄະນະພັກກົມ, ຄະນະໜ່ວຍພັກທຸກຂັ້ນ ແລະ ສະມາຊິກພັກທຸກໆສະຫາຍລ້ວນແຕ່ເປັນເຈົ້າການໃນການ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ ແລະ ຂໍ້ກຳນົດກົດໝາຍຂອງລັດເຊິ່ງ: ພ້ອມກັນນັ້ນກໍ່ໄດ້ສຸມໃສ່ຄົ້ນຄວ້າ ແລະ ກຳນົດຄືນໃໝ່ກ່ຽວກັບແຜນຍຸດທະສາດ ແລະ ຄາດໝາຍເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ກຳນົດກົດລະບຽບຕ່າງໆ ເຊື່ອໝັ້ນຈຸດໝາຍສັງຄົມນິຍົມ, ມີຄວາມອົດທົນຢ່າງໜັ ກແໜ້ນ, ອຸ່ນອ່ຽງ, ທຸ່ນທ່ຽງບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການທີ່ຜັນແປຕ່າງໆ ສ້າງໄດ້ແນວຄິດ ແລະ ການກະທໍາທີ່ປອດໃສຂາວສະອາດ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ມີຄວາມຊື່ສັດບໍລິສຸດ ແລະ ຍຸຕິທຳ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ພາຍໃນໜ່ວຍພັກ ແລະ ກົມກອງ.
ຜ່ານການຕີລາຄາແບ່ງປະເພດ ສະມາຊິກພັກ ແລະ ຕີລາຄາການຄັດເລືອກ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024; ສາມາດຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດສະມາຊິກພັກ, ທັງໝົດ 609, ຍິງ 74 ສະຫາຍ
- ຈັດແບ່ງປະເພດສະມາຊິກພັກ: ແຂງ ມີ 602 ຍິງ 73 ສະຫາຍ = 98.85%
- ຈັດແບ່ງປະເພດສະມາຊິກພັກ: ກາງ ມີ 05 ຍິງ 01 ສະຫາຍ = 0.82%
- ບໍ່ໄດ້ຈັດແບ່ງປະເພດ 02 ສະຫາຍ = 0,32%
- ຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດມະຫາຊົນ.
- ຈັດແບ່ງປະເພດມະຫາຊົນ: ແຂງ ມີ 82, ຍິງ 27 ສະຫາຍ = 97.61%
- ບໍ່ໄດ້ຈັດແບ່ງປະເພດ 02 ຍິງ 01 ສະຫາຍ = 2.38%
- ຕິລາຄາຄຸນນະພາບ ແລະ ຈັດແບ່ງປະເພດໜ່ວຍພັກຮາກຖານ ໄດ້ປະເພດ ແຂງ ມີ 22 ໜ່ວຍພັກ:
ຈາກນັ້ນໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນນີ້ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສູງສຸດ 6 ປີຕິດຕໍ່ກັນ ມີ 9 ໜ່ວຍ, 5 ປີຕິດຕໍ່ກັນ 2 ໜ່ວຍ, 4 ປີຕິດຕໍ່ກັນມີ 1 ໜ່ວຍ, 3 ປີຕິດຕໍ່ກັນມີ 1 ໜ່ວຍ, 2 ປີຕິດຕໍ່ກັນ 7 ໜ່ວຍ ແລະ ສະເໜີ ຮັບຮອງໃໝ່ມີ 2 ໜ່ວຍ.
ໃນພິທີ ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃຫ້ຕາງໜ້າ 22 ໜ່ວຍພັກອ້ອມຂ້າງກົມ, ໃຫ້ກຽດມອບໂດຍ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດຽວກັນ, ຄະນະໜ່ວຍພັກທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ຂຶ້ນຈັບມືແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີຕໍ່ໄປ ເພື່ອພ້ອມກັນສືບຕໍ່ກໍ່ສ້າງໜ່ວຍພັກ, ສະມາຊິກພັກ ທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ແຂງແຮງຮອບດ້ານ.
ຂ່າວ: ຮອ ພິລະພົນ ວົງພັກດີ

