ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງກໍ່ສ້າງຮາກຖານການເມືອງ 913 ໄດ້ເປີດກອງປະຊຸມສະຫຼຸບຖອນຖອດບົດຮຽກວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025

ໃນຕອນບ່າຍຂອງວັນທີ 10 ມີຖຸນາ 2025 ກອງກໍ່ສ້າງຮາກຖານການເມືອງ 913 ໄດ້ເປີດກອງປະຊຸມສະຫຼຸບຖອນຖອດບົດຮຽກວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025 ຂື້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງທ່ານ ພັອ ສີບຸນເຮືອງໄຊຍະເພັດ ຄະນະພັກກົມ, ຮອງຫົວໜ້າກົມ 509, ຜູ້ຊີ້ນໍາກອງກໍ່ສ້າງຮາກຖານການເມືອງ 913 ແລະ ເປັນປະທານຮ່ວມຂອງທ່ານ ບຸນຜອງ ຄໍາມະນີວົງ ເລຂາພັກເມືອງ, ເຈົ້າເມືອງລ້ອງແຈ້ງ, ມີຄະນະພັກ-ຄະນະກອງ 913, ພ້ອມດ້ວຍແຂກຖືກເຊີນຈາກກົມກອງອ້ອມຂ້າງເມືອງ, ຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນກອງກໍ່ສ້າງຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີທ່ານ ພັທ ລັດດາວີ ມະນີວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າກອງກໍ່ສ້າງຮາກຖານ 913 ໄດ້ຂື້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາ ໃນໄລຍະ 06 ເດືອນຜ່ານມາໃຫ້ຮູ້ວ່າ: ກອງພວກເຮົາຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ໂດຍໄດ້ຫັນເອົາແນວທາງຂອງພັກ, ບັນດາເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດ, ໂດຍສະເພາະຂອງກົມ 509 ມາຈັດຕັ້ງຜັນຂະຫຍາຍເຊື່ອມ ເຂົ້າກັບວຽກງານວິຊາສະເພາະໃນໄລຍະຜ່ານມາ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ຊີ້ນຳ-ນຳພາເປັນຕົ້ນແມ່ນເກັບກໍາຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ວຽກງານຄຸ້ມຄອງອາຊີບພາຫະນະພິເສດ, ເກັບກໍາສະຖິຕິບັນດາເປົ້າໝາຍຕ່າງໆໄດ້ດັ່ງນີ້:

      + ວຽກງານຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ທົ່ວເມືອງລ້ອງແຈ້ງປະກອບມີ 10 ບ້ານຂື້ນກັບມີ 108 ໜ່ວຍ, ມີ 1,967 ຄອບຄົວ, ມີ 1,908 ຫຼັງຄາ, ມີພົນລະເມືອງທັງໝົດ 10,275 ຄົນ, ຍິງ 4,915 ຄົນ, ອາຍຸ 15 ປີຂື້ນໄປມີ 6,757 ຄົນ, ຍິງ 3,206 ຄົນ, ໄດ້ຈົດທະບຽນສໍາມະໂນຄົວແລ້ວທັງໝົດມີ 1,929 ຄອບຄົບ, ມີຈໍານວນພົນທັງໝົດ 8,201 ຄົນ, ຍິງ 3,845 ຄົນ, ອາຍຸ 15 ປີຂື້ນໄປມີ 5,930 ຄົນ, ຍິງ 2,723 ຄົນ, ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວມີ 2074 ຄົນ, ຍິງ 1070, ຄົນມາພັກເຊົາຊົ່ວຄາວມີ 115 ຄົນ, ຍິງ 53 ຄົນ ໃນນັ້ນມີຄົນຕ່າງປະເທດ 11 ຄົນ, ຍີງ 06 ຄົນ. ສ່ວນຫຼາຍມາຢາມພີ່ນ້ອງ ແລະ ມາທ່ອງທ່ຽວຈຳນວນໜຶ່ງ.      - 

     + ວຽກງານຄຸ້ມຄອງອາຊີບພາຫະນະພິເສດທົ່ວເມືອງມີເຮືອນພັກ 11 ຫຼັງ, ຮ້ານກີນດືມບັນເທີງ 21 ຮ້ານ, 

      + ຜ່ານມາໄດ້ສົມທົບກັບ ປກສ ກຸ່ມບ້ານ, ປກສ ບ້ານ ຂື້ນບັນຊີເກັບກໍາຄຸ້ມຄອງເປົ້າໝາຍຕ່າງໆ, ຂື້ນບັນຊີບັນເກັບກໍາທ້ອນໂຮມອາວຸດເສິກ, ອາວຸດລ່າເນື້ອໄດ້ 149 ກະບອກ, ລູກກະສູນ 119 ລູກ.

      + ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ຈໍານວນ 04 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 08 ບ້ານ.

      + ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວລົງແກ້ໄຂຜົນກະທົບຈາກການຂຸດຄົ້ນແຮ່ທາດໄດ້ 03 ຄັ້ງ.

          ທິດທາງແຜນການໃນຕໍ່ໜ້າຈະສຶບຕໍ່ເພີ່ມທະວີສຶກສາອົບຮົມການເມືອງນໍາພາ-ແນວຄິດໃ ຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ກໍາແໜ້ນໜ້າທີ່ການເມືອງວິຊາສະເພາະຂອງຕົນ, ເຮັດໃຫ້ນາຍ ແລະ ພົນຕໍາຫຼວດມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕຕັ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຈາກນັ້ນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າຕາມ 4 ເນື້ອ 4 ຄາດໝາຍ 4 ພາລະບົດບາດຂອງວຽກງານກໍ່ສ້າງຮາກຖານ ແລະ ການປະຕິບັດຂອງ 2 ວາລະແຫ່ງຊາດ ເປັນຕົ້າແມ່ນ ວາລະແກ້ໄຂບັນຫາຢາເສບຕິດ ແລະ ວຽກປີ່ນອອ້ມອື່ນໆ.     

          ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ, ຮອງຫົວໜ້າກົມ 509, ຜູ້ຊີ້ນໍາກອງກໍ່ສ້າງຮາກຖານການເມືອງ 913 ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ 06 ເດືອນຕົ້ນປີທີ່ພວກສະຫາຍຍາດມາໄດ້, ຈາກນັ້ນທ່ານກໍ່ໄດ້ຍົກໃຫ້ເຫັນສະພາບການຫຍໍ້ທໍ້ຂອງໂລກ ແລະ ຢູ່ໃນພາກພື້ນ, ກໍ່ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບເອົາໃຈໃສ່ເຮັດວຽກງານການເມືອງນໍາພາ-ແນວຄິດ ຕິດພັນກັບວຽກງານວິຊາສະເພາະ, ຕັ້ງໜ້າເຮັດວຽກງານກໍ່ສ້າງຮາກຖານເມືອງ ຕາມພັກ-ລັດຂັ້ນເທິງມອບໝາຍໃຫ້ສໍາເລັດ.

          ໃນຕອນທ້າຍກໍ່ໄດ້ມີການມອບເຄື່ອງບໍລິໂພກຈໍານວນໜຶ້ງໃຫ້ກອງກໍ່ສ້າງຮາກຖານ 913.

 

ພາບ-ຂ່າວກອງກໍ່ສ້າງຮາກຖານ 913 ໂດຍ ຮທ ສັນຕິສຸກ ຈິດມະນີ