
ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້ວຽກງານແກ້ໄຂປະກົດການຫຍໍ້ທໍ້ຢູ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ໃນທ້າຍອາທິດຜ່ານມາ ທ່ານ ພັອ ລຳໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້ວຽກງານແກ້ໄຂປະກົດການຫຍໍ້ທໍ້ ໂດຍການຕ້ອນຮັບຂອງ ທານ ພັທ ສົມພອນ ແສງສຸຫວັດ ຮອງກອງບັນຊາການ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ມີຮອງຫ້ອງສໍາມະໂນຄົວ ແລະ ກອງກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ, ມີບັນດາຄະນະກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບລົງແກ້ໄຂປະກົດການຫຍໍ້ທໍ້, ພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານເມືອງ ແລະ ປກສ ກຸ່ມເຂົ້າຮ່ວມ.


ໃນໂອກາດນີ້ ທ່ານ ພັທ ປອ ສີໄໝ ພົມມະຈັນ ຮອງກອງເສນາກໍ່ສ້າງຮາກຖານ ກອງຮ້ອຍທີ 2 ໄດ້ຂື້ນຜ່ານລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃຫ້ຮູ້ວ່າ: ຜ່ານມາ ປກສ ເມືອງ ໄດ້ສຸມໃສ່ຈັດຕັ້ງ ປະຕິບັດ 14 ແຜນວຽກຂອງວຽກງານກໍ່ສ້າງຮາກຖານການເມືອງ ກໍ່ຄືການຜັນຂະຫຍາຍນະໂຍບາຍ 03 ຫຼຸດ 03 ເພີ່ມ 03 ຂະບວນການ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮຽບຮ້ອຍໃນສັງຄົມ, ສຸມໃສ່ຈັດຕັ້ງປະຕິບັດວຽກຈຸດສຸມຂອງກອງບັນຊາການ, ຂອງພະແນກວິຊາສະເພາະ, ກໍ່ຄືວຽກ ຈຸດສຸມຂອງແຕ່ລະ ປກສ ກຸ່ມບ້ານ ວາງອອກໃນແຕ່ລະອາທິດ, ແຕ່ລະເດືອນ, ນອກນັ້ນໄດ້ເອົາໃຈໃສ່ເຮັດ ວຽກງານສະກັດກັ້ນໂດຍນຳພາກຳລັງ ປກສ ບ້ານ ອອກກວດກາລາດຕະເວນຕາມທາງຮ່ອມທາງຊອຍ, ຈຸດ ຫຼໍ່ແຫຼມ, ຈຸດສັບສົນທີ່ມີຄວາມສ່ຽງ ມັກເກີດອາຊະຍະກຳ ໂດຍສະເພາະແມ່ນກຸ່ມແກ້ງເຄື່ອນໄຫວລັກຊັບ ຂອງພົນລະເມືອງ, ຄ້າຂາຍ, ມົ້ວສຸມຢາເສບຕິດ ແລະ ໄດ້ເອົາໃຈໃສ່ກວດກາການພັກເຊົາຂອງພົນລະເມືອງ ຕາມຫ້ອງແຖວເຮືອນພັກຕ່າງໆ, ປກສ ກຸ່ມບ້ານ ໄດ້ສົມທົບກັບອົງການປົກຄອງບ້ານ ເຮັດບົດບັນທຶກສັນຍາຮັກສາຄວາມສະຫງົບ ກັບ ຄອບຄົວ, ຕິດພັນກັບຂະບວນການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ, ຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ນຳອົງການປົກຄອງເມືອງ ສຳເລັດແລ້ວ 45 ບ້ານ, ນໍາພາກໍາລັງ ປກສ ສ້າງບົດບັນທຶກສັນຍາຮັກສາຄວາມສະຫງົບກັບຄອບຄົວ ໄດ້ທັງໝົດ 26,193 ຄອບຄົວ ມີ 124,625 ຄົນ, ຍິງ 63,935 ຄົນ, ເຮັດບົດບັນທຶກສັນຍາກັບຜູ້ທີ່ມາພັກເຊົາມີ 3,776 ສະບັບ ມີ 9,379 ຄົນ, ຍິງ 4,991 ຄົນ, ເຮັດບົດບັນທຶກກັບເຈົ້າຂອງຫົວໜ່ວຍທຸລະກິດ ໄດ້ 2,351 ສະບັບຄື: ເຮືອນໃຫ້ເຊົ່າ 958 ແຫ່ງ, ອາພາດເມັ້ນ 69 ແຫ່ງ, ຮ້ານຊື້ຂາຍລົດ 117 ແຫ່ງ, ຮ້ານອາຫານ 110 ແຫ່ງ, ຮ້ານບັນເທິງ 13 ແຫ່ງ, ຮ້ານກິນດື່ມ 90 ແຫ່ງ, ເຮັດບົດບັນທຶກສັນຍາຮັກສາຄວາມສະຫງົບ ກັບເຈົ້າຂອງເຮືອສຳເລັດ 229 ລໍາ, ພ້ອມກຳນົດຈຸດຈອດເຮືອທັງໝົດ 28 ຈຸດ. ພ້ອມນີ້ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາ ພະແນກວິຊາສະເພາະ, ປກສ ກຸ່ມ ກ່ຽວກັບການຈັດຕັ້ງປຕິບັດວຽກງານວິຊາສະເພາະ, ວຽກງານການເມືອງແນວຄິດ ແລະ ຂໍ້ສະດວກ, ຂໍ້ຫຍູ້ງຍາກ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາໃຫ້ມີເນື້ອໃນຊັດເຈນ.
ໃນຕອນທ້າຍ ພັອ ລໍໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເອົາໃສ່ລົງຕິດຕາມ ກວດກາ ຊີ້ນຳ ຊຸກຍູ້ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແກ້ໄຂປະກົດການຫຍໍ້ທໍ້ທົ່ວເມືອງບາງວຽກງານຈຸດສຸມໃຫ້ດໍາເນີນໄປຢ່າງຖືກທິດ ແລະ ມີປະສິດທິຜົນ, ຊອກໃຫ້ເຫັນບັດຫາທີ່ຍັງຄົງຄ້າງ, ແນ່ໃສ່ເພື່ອເປັນເອກະພາບໃນ ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສຳເລັດຕາມແຜນການທີ່ວາງໄວ້, ເພື່ອຮັບປະກັນໃນການຈັດງານວັນສໍາຄັນ ຕ່າງໆ ຂອງພັກຂອງຊາດໃຫ້ມີຄວາມສະຫງົບປອດໄພ.
