ຮອງ ລມຕ ເນັ້ນໜັກ ຄະນະຮັບຜິດຊອບ ລົງຈັດຕັ້ງປະຕິບັດໜ້າທີ່ ຕ້ອງຖືວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ເປັນວຽກບູລິມະສິດອັນໜຶ່ງທີ່ສຳຄັນ
ໃນໂອກາດທີ່ ພົຈວ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າຮ່ວມກອງປະຊຸມຄະນະຮັບຜິດຊອບສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 24 ຕຸລາ 2025, ທ່ານໄດ້ເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບ ທີ່ຈະລົງຈັດຕັ້ງປະຕິບັດໜ້າທີ່ຢູ່ແຕ່ລະກົມກອງ, ທ້ອງຖິ່ນ ຕ້ອງຖືວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ ເປັນວຽກທີ່ສຳຄັນ ແລະ ເປັນບູລິມະສິດອັນໜຶ່ງ, ຖືເປັນພັນທະໜ້າທີ່ໃນການຊີ້ນຳ, ຕິດຕາມ ແລະ ຊຸກຍູ້ວຽກງານດັ່ງກ່າວຢ່າງໃກ້ຊິດ, ຕໍ່ເນື່ອງ ແລະ ເປັນລະບົບ ເພື່ອເຮັດໃຫ້ການສຳຫຼວດໄດ້ຮັບຂໍ້ມູນທີ່ມີຄຸນນະພາບ.
+ ທ່ານກ່າວວ່າ: ອີງໃສ່ແຜນການຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນີ້ ແມ່ນຈະໄດ້ຈັດຕັ້ງປະຕິບັດແຕ່ວັນທີ 3 ພະຈິກ ຫາ 28 ທັນວາ 2025 ໃຫ້ສໍາເລັດ.
.jpeg)
+ ດ້ວຍເຫດຜົນດັ່ງກ່າວ, ຄະນະຊີ້ນຳ ກະຊວງປ້ອງກັນຄວາມສະຫງົບ ຂອງພວກເຮົາ ໄດ້ມີການປຶກສາຫາລືແນວທາງຈັດຕັ້ງປະຕິບັດ, ການກະກຽມຄວາມພ້ອມຮອບດ້ານ ລວມທັງແຜນການຝຶກອົບຮົມ ແລະ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບໝາກຜົນຕາມລະດັບຄາດໝາຍ, ຮັບປະກັນຄວາມຖືກຕ້ອງຊັດເຈນ ແລະ ທັນກັບເວລາ, ທັງຮັບປະກັນຄວາມລັບຂອງຊາດ, ເຮັດໃຫ້ຖັນແຖວພະນັກງານໃນກຳລັງປ້ອງກັນຄວາມສະຫງົບ ເຫັນໄດ້ສິດ ແລະ ພັນທະຂອງຕົນ ໃນວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ພ້ອມທັງປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ແລະ ຍັງເປັນການສ້າງຖານຂໍ້ມູນອັນສໍາຄັນ ໃນການຄາດຄະເນຕົວເລກພົນລະເມືອງ ແລະ ທີ່ຢູ່ອາໄສໃນຕໍ່ໜ້າ ເພື່ອເປັນພື້ນຖານຂໍ້ມູນໃນການເກັບກຳສະຖິຕິຂອງກຳລັງປ້ອງກັນຄວາມສະຫງົບ.

+ ສະນັ້ນ, ເພື່ອບັນລຸຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບເອົາໃຈໃສ່ ດັ່ງນີ້:
1. ໃຫ້ບັນດາທ່ານ ໃນຄະນະຮັບຜິດຊອບ ທີ່ຈະລົງຈັດຕັ້ງປະຕິບັດໜ້າທີ່ ຢູ່ແຕ່ລະກົມກອງ, ທ້ອງຖິ່ນ ຕ້ອງຖືວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ ເປັນວຽກທີ່ສຳຄັນ ແລະ ເປັນບູລິມະສິດອັນໜຶ່ງ, ຖືເປັນພັນທະໜ້າທີ່ໃນການຊີ້ນຳ, ຕິດຕາມ ແລະ ຊຸກຍູ້ວຽກງານດັ່ງກ່າວ ຢ່າງໃກ້ຊິດ, ຕໍ່ເນື່ອງ ແລະ ເປັນລະບົບ ເພື່ອເຮັດໃຫ້ການສຳຫຼວດໄດ້ຮັບຂໍ້ມູນທີ່ມີຄຸນນະພາບ; ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຈັດຕັ້ງປະຕິບັດ ດ້ວຍການຊີ້ນໍາ ແລະ ສຶກສາ ການຈັດຕັ້ງປະຕິບັດວຽກງານນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ;
2. ໃຫ້ບັນດາທ່ານຮັບຜິດຊອບຄະນະຊີ້ນຳແຕ່ລະກົມກອງ, ທ້ອງຖິ່ນ ຮັບຜິດຊອບໂດຍກົງ ໃນການນໍາພາ-ຊີ້ນໍາ ກະກຽມຄວາມພ້ອມຕ່າງໆ ເປັນຕົ້ນ: ຈັດຕັ້ງຄະນະຮັບຜິດຊອບຂັ້ນກົມກອງຂອງຕົນ, ສ້າງແຜນການສະເພາະ ສໍາລັບການຝຶກອົບຮົມ ແລະ ເດີນສໍາຫຼວດຂອງກົມກອງຕົນ ບົນພື້ນຖານປະຕິບັດຕາມແຜນການລວມຂອງກະຊວງກຳນົດໄວ້;
3. ມອບໃຫ້ຄະນະຮັບຜິດຊອບຊີ້ນໍາແຕ່ລະພາກ ລົງເຄື່ອນໄຫວຊີ້ນໍາ, ຕິດຕາມ, ກວດກາຊຸກຍູ້, ເຂົ້າຮ່ວມພິທີເປີດຝຶກອົບຮົມ ແລະ ເດີນສໍາຫຼວດພົນລະເມືອງ ຢູ່ຂັ້ນກົມກອງອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງ, ໃຫ້ນັກກວດກາ, ນັກເດີນສຳຫຼວດ ເຂົ້າຮ່ວມຝຶກອົບຮົມ, ກຳນົດເວລາຝຶກອົບຮົມລວມ 2 ວັນ, ໄລຍະຝຶກອົບຮົມ ເລີ່ມແຕ່ວັນທີ 27-31 ຕຸລາ 2025 ແລະ ດໍາເນີນການສໍາຫຼວດເກັບກໍາຂໍ້ມູນພາກສະໜາມ ເລີ່ມແຕ່ວັນທີ 3 ພະຈິກ-28 ທັນວາ 2025 ໃຫ້ສຳເລັດທົ່ວປະເທດ;
4. ສິ່ງສຳຄັນ ກໍແມ່ນ ນັກເດີນສຳຫຼວດພາກສະໜາມ ມີບົດບາດສຳຄັນຕັດສິນຜົນສຳເລັດ ແລະ ຈະຕ້ອງໄດ້ຈັດຕັ້ງ, ປຸກລະດົມໃຫ້ເຂົາເຈົ້າເຂົ້າໃຈເຖິງເນື້ອໃນ, ຈຸດປະສົງ ແລະ ລະດັບຄາດໝາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ຂອງກະຊວງປ້ອງກັນຄວາມ, ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດແຜນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ຂອງກະຊວງປ້ອງກັນຄວາມ ຄັ້ງນີ້ ໃຫ້ມີຜົນສໍາເລັດ ແລະ ຕາມຄາດໝາຍທີ່ວາງໄວ້.
5. ມອບໃຫ້ຄະນະຮັບຜິດຊອບກອງເລຂາ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດແຜນການຝຶກອົບຮົມ ແລະ ເດີນສຳຫຼວດຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ທົ່ວປະເທດ, ຮັບປະກັນເຮັດໃຫ້ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ປີ 2025 ຂອງກະຊວງປ້ອງກັນຄວາມສະຫງົບ ມີຜົນສໍາເລັດຕາມລະດັບຄາດໝາຍ.
.jpeg)
+ ທັງໝົດນີ້ ແມ່ນບາງເນື້ອໃນຈິດໃຈທີ່ສະເໜີເພີ່ມຕື່ມ ເພື່ອເປັນທິດທາງໃຫ້ແກ່ບັນດາທ່ານ ນໍາໄປຈັດຕັ້ງຜັນຂະຫຍາຍ ແຜນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.