ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດດັດແກ້ຊັ້ນໃຫ້ພົນຕໍາຫຼວດ

ໃນວັນທີ 29 ຕຸລາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດດັດແກ້ຊັ້ນໃຫ້ພົນຕໍາຫຼວດ ໂດຍການເຂົ້າຮ່ວມເປັນປະທານຂອງ  ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການດັດແກ້ຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈໍານວນ 16 ສະຫາຍ ຍິງ 7ສະຫາຍ ໃນນີ້, ໄດ້ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ຮ້ອຍຕີ 14 ສະຫາຍ ຍິງ 6 ສະຫາຍ, ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ວາທີຮ້ອຍຕີ 1 ສະຫາຍ, ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ສິບເອກ 1 ສະຫາຍ. ໃຫ້ກຽດປະດັບຊັ້ນໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.

ໂອກາດນີ້, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການດັດແກ້ຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນເພື່ອປະກອບສ່ວນເຂົ້າໃນ ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຊອກຮູ້ຮ່ຳຮຽນວິຊາສະເພາະ ເພື່ອເຮັດໃຫ້ຕົນເອງມີຄວາມຮູ້-ຄວາມສາມາດ ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດ.