ກອງກໍ່ສ້າງຮາກຖານການເມືອງ 913 ເປີດບັ້ນດຳເນີນຊີວິດການເມືອງປະຈໍາປີ 2025

ໃນວັນທີ 13 ພະຈິກ 2025 ຢູ່ທີ່ກອງກໍ່ສ້າງຮາກຖານ 913 ໄດ້ຈັດກອງປະຊຸມເປີດບັ້ນດຳເນີນ ຊີວິດການເມືອງ ຕີລາຄາປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ເປັນປະທານໂດຍ ສະຫາຍ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີ ສະຫາຍ ພັທ ລັດດາວີ ມະນີວົງ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງຮາກຖານ 913 ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ພາຍໃນກອງກໍ່ສ້າງຮາກຖານ 913 ເຂົ້າຮ່ວມ.

ສະຫາຍ ພັທ ລັດດາວີ ມະນີວົງ ເລຂາໜ່ວຍພັກ ຫົວໜ້າກອງກໍ່ສ້າງຮາກຖານ 913 ໄດ້ຂຶ້ນຜ່ານລາຍງານການເຄື່ອນໄຫວວຽກງານໃນປີ 2025 ວ່າ: ການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຮາກຖານ 913 ໃນໄລຍະ 1 ປີຜ່ານມາ ແມ່ນໄດ້ຮັບການຊີ້ນຳໂດຍກົງຈາກຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຢ່າງໃກ້ຊິດ ແລະ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະໜ່ວຍພັກຂອງພວກເຮົາ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະສໍາເລັດຕາມການມອບໝາຍຄະນະພັກຂັ້ນເທິງ, ພ້ອມກັນນັ້ນກໍຍ້ອນຄວາມສາມັກຄີຂອງພະນັກງານສະມາຊິກພັກພາຍໃນກອງ ມີຄວາມເອກະພາບກັນ, ເອົາໃຈໃສ່ຮ່ວມແຮງ. ສຸ່ມສະຕິປັນຍາຈາກບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບໄດ້ເປັນຢ່າງດີ .

ໃນກອງປະຊຸມ ສະຫາຍ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເຜີຍແຜ່ເຊື່ອມຊຶມເອກະສານຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ບົດໂອ້ ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ຜ່ານມະຕິກອງປະຊຸມຄົບຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຕັ້ງທີ 3 ສະໄໝທີ III. ໃນການເປີດບັ້ນຊີວິດການເມືອງຄັ້ງນີ້ ກໍເພື່ອເປັນການສະຫຼຸບຄືນບັນດາຜົນງານດ້ານດີ-ດ້ານອ່ອນຜ່ານການຈັດຕັ້ງປະຕິບັດ, ມະຕິ, ຄໍາສັ່ງແນະນຳ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກສູງຄູນນະພາລການດໍາເນີນຊີວິດພັກ ຂອງຄະນະພັກແຕ່ລະຂັ້ນ ແນ່ໃສ່ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ່ເຂັ້ມແຂງ ໜັກແໜ້ນ ໃນກອງກໍ່ສ້າງຮາກຖານ 913 ໃຫ້ໄດ້ຄຸນນະພາບ ແລະ ມີຜົນສໍາເລັດຕາມຄາດໝາຍພ້ອມທັງວາງທິດ ວາງແຜນການຢ່າງມີຈຸດສຸ່ມ, ສຸ່ມໃສ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງຕາມ 5 ເນື້ອໃນ ທີ່ໄດ້ກຳນົດຢູ່ໃນຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ ແລະ ດ້ານການນໍາພາປະຕິບັດໜ້າທີການເມືອງ ໃຫ້ມີຜົນສໍາເລັດ.