ພັອ ທອງຂັນ ສີສຸພັນທອງ ຂຶ້ນບັນລະຍາຍເອກະສານວຽກງານຄຸ້ມຄອງສຳມະໂນຄົວ ໃນພິທີຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຢູ່ ເມືອງໜອງບົກ ແຂວງຄຳມ່ວນ
ໃນວັນທີ 9 ມິຖຸນາ 2026, ຢູ່ທີ່ ເມືອງໜອງບົກ ແຂວງຄຳມ່ວນ, ພັອ ທອງຂັນ ສີສຸພັນທອງຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນບັນລະຍາຍເອກະສານວຽກງານວິຊາສະເພາະ ກ່ຽວກັບວຽກງານຄຸ້ມຄອງສຳມະໂນຄົວ ໃນພິທີຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ມີບັນດາຄະນະຫ້ອງ 509 ປກສ ແຂວງຄຳມ່ວນ, ຄະນະກອງບັນຊາການ ປກສ ເມືອງ, ຄະນະພະແນກວິຊາສະເພາະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງກໍ່ສ້າງຮາກຖານການເມືອງ 922 ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.
ການບັນລະຍາຍດັ່ງກ່າວ ພັອ ທອງຂັນ ສີສຸພັນທອງຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສຸມໃສ່ການເຜີຍແຜ່ ແລະ ຍົກສູງຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບຄວາມໝາຍ ຄວາມສຳຄັນ, ບົດບາດ, ໜ້າທີ່ ແລະ ຫຼັກການພື້ນຖານຂອງວຽກງານຄຸ້ມຄອງສຳມະໂນຄົວ ທີ່ເປັນ ວຽກງານສຳຄັນຂອງກຳລັງປ້ອງກັນຄວາມສະຫງົບ ໃນການຄຸ້ມຄອງພົນລະເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຕາມກົດໝາຍກຳນົດໄວ້, ໃນນັ້ນ, ໄດ້ນຳສະເໜີເນື້ອໃນກ່ຽວກັບວຽກງານຄຸ້ມຄອງສຳມະໂນຄົວ, ການເກັບກຳສະຖິຕິພົນລະເມືອງ, ການຂຶ້ນທະບຽນສຳມະໂນຄົວ, ການເກັບກຳຄົນຫຼດ, ຄົນເພີ່ມ, ພ້ອມດຽວກັນ ຍັງໄດ້ອະທິບາຍເຖິງຄວາມສຳຄັນຂອງວຽກງານສຳມະໂນຄົວ ຕໍ່ການສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ, ການບໍລິຫານຄຸ້ມຄອງຂອງລັດ ແລະ ການພັດທະນາປະເທດໃນໄລຍະໃໝ່, ຄຽງຄູ່ກັນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານກໍ່ສ້າງຮາກຖານການເມືອງ ຕ້ອງຖືເອົາການເຜີຍແຜ່, ສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ໃຫ້ປະຊາຊົນປະຕິບັດລະບຽບກົດໝາຍດ້ານສຳມະໂນຄົວ, ຄວບຄູ່ກັບການປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ມີຄວາມປອດໄພ ແລະ ມີຄວາມໝັ້ນຄົງ.
ການບັນລະຍາຍເອກະສານໃນຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການຍົກສູງຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາການໃຫ້ແກ່ບັນດາພະນັກງານຮາກຖານ ເພື່ອນຳໄປປະຍຸກໃຊ້ໃນການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນ ອັນເປັນການປະກອບສ່ວນສຳຄັນ ໃນການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ ແລະ ຮັບໃຊ້ພາລະກິດການຮັກສາຄວາມສະຫງົບປະເທດຊາດໃນໄລຍະໃໝ່.
ພາບ,ຂ່າວ: ຮອ ພິລະພົນ ວົງພັກດີ