ນັບແຕ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 5 ເມສາ ປີ 1961 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຕັ້ງໜ້າປະຕິບັດພາລະກິດປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານລ່າເມືອງຂື້ນທັງເກົ່າ ແລະ ໃໝ່; ພ້ອມທັງພວກສັກດີນາປະຕິການຂາຍຊາດທີ່ຫຼ້າສະໄໝ ສືບຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ.
ໃນວັນທີ 23 ເມສາ 1976 ໄດ້ມີມະຕິຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ ວ່າດ້ວຍກົງຈັກການຈັດຕັ້ງຂອງກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມສົງເຄາະ ໂດຍມີ ທ່ານ ພັອ ສາລີ ໄພໂລດ ເປັນຫົວໜ້າ ແລະ ທ່ານ ຄຳອ້ວນ ຈິນດາວົງ ເປັນຮອງ, ເຊິ່ງຕໍ່ມາກໍ່ໄດ້ປັບປຸງພາລະບົດບາດໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ ເຊິ່ງເມື່ອກ່ອນໃນປີ 1978 ກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເວລານັ້ນມີຊື່ວ່າ: ກອງຕຳຫຼວດຄຸ້ມຄອງບໍລິຫານ ຂື້ນກັບກົມຕຳຫຼວດເທດສະບານກະຊວງພາຍໃນ, ປີ 1994 ໄດ້ປ່ຽນຊື່ກອງຕຳຫຼວດຄຸ້ມຄອງບໍລິຫານ ມາເປັນ ກົມຕຳຫຼວດຄຸ້ມຄອງບໍລິຫານ ແລະ ໃນວັນທີ 09 ກໍລະກົດ ປີ 2007 ກໍ່ໄດ້ແຍກອອກຈາກກົມໃຫຍ່ຕຳຫຼວດມາເປັນກົມເອກະລາດຂື້ນກັບກະຊວງປ້ອງກັນຄວາມສະຫງົບໂດຍກົງ ພ້ອມທັງປ່ຽນຊື່ກົມຕຳຫຼວດຄຸ້ມຄອງບໍລິຫານ ມາເປັນ ກົມຄຸ້ມຄອງພົນລະເມືອງ ແລະ ປກສ ບ້ານ, ປີ 2010 ກໍ່ໄດ້ປ່ຽນຊື່ມາເປັນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈົນເຖິງປັດຈຸບັນ.
ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂື້ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີຄະນະນຳກົມແຕ່ລະໄລຍະດັ່ງນີ້:
- ປີ 1978 ຫາ 1980 ແມ່ນທ່ານ ພັອ ສາລີ ໄພໂລດ ເປັນຫົວໜ້າ, ທ່ານ ພັທ ສົມທອງ ເປັນຮອງ.
- ປີ 1980 ຫາ 1985 ແມ່ນທ່ານ ຮອ ຄຳພັນ ແກ້ວດວງດີ ເປັນຫົວໜ້າ, ທ່ານ ຮອ ສີພອນ, ພັທ ສີພັນ ອຸດວງວິໄລ, ທ່ານ ພັທ ບຸນລັ່ນ ໄຊເສນາ, ທ່ານ ພັທ ກອງມີ ອຸ່ນທອງດີ ເປັນຮອງ.
- ປີ 1985 ຫາ 1994 ທ່ານ ພັທ ບຸນຍັງ ສີເວີນໄຊ ເປັນຫົວໜ້າ, ທ້ານ ພັທ ສີພັນ ອຸດວງວິໄລ, ທ່ານ ພັທ ບຸນລັ່ນ ໄຊເສນາ, ທ່ານ ພັທ ກອງມີ ອຸ່ນທອງດີ, ຮອ ສົມຈັນ ແກ້ວຈັນດາ ເປັນຮອງ.
- ປີ 1994 ຫາ 2000 ທ່ານ ພັທ ບຸນຍັງ ສີເວີນໄຊ ເປັນຫົວໜ້າ, ທ່ານ ຮອ ສົມຈັນ ແກວຈັນດາ, ທ່ານ ພັທ ຊົມແສງ ບໍວັນເຮືອງ, ທ່ານ ພັທ ສົມໃຈ ເທບໄພວົງ ເປັນຮອງ.
- ປີ 2000 ຫາ 2005 ທ່ານ ພັທ ບຸນຍັງ ສີເວີນໄຊ ເປັນ ຫົວໜ້າ, ທ່ານ ພັທ ຄຳເຜີຍ ສອນໄຊສິດທິເດດ, ທ່ານ ພັທ ຊົມແສງ ບໍວັນເຮືອງ, ທ່ານ ພັທ ສົມໃຈ ເທບໄພວົງ ເປັນຮອງ.
- ປີ 2005 ຫາ 2007 ທ່ານ ພັທ ຊົມແສງ ບໍວັນເຮືອງ ເປັນຫົວໜ້າ, ທ່ານ ພັທ ຄໍາເຜີຍ ສອນໄຊສິດທິເດດ, ທ່ານ ພັທ ສົມໃຈ ເທບໄພວົງ ເປັນຮອງ.
- ປີ 2007 ຫາ 2009 ທ່ານ ພັອ ກິແກ້ວ ເນົາວະລັດ ເປັນຫົວໜ້າ, ທ່ານ ພັອ ຄຳເຜີຍ ສອນໄຊສິດທິເດດ, ທ່ານ ພັທ ທອງສີ ບຸນມາວົງຄຳ, ທ່ານ ພັທ ສອນທອງ ພົມມະຈັນ, ທ່ານ ພັທ ທອງວັນ ລາດສົມບັດ ເປັນຮອງ.
- ປີ 2009 ຫາ 2014 ທ່ານ ພັອ ກິແກ້ວ ເນົາວະລັດ ເປັນຫົວໜ້າ, ທ່ານ ພັອ ຄຳເຜີຍ ສອນໄຊສິດທິເດດ, ທ່ານ ພັອ ຄຳສາຍ ຈັນທະວົງ, ທ່ານ ພັທ ຫຸມພັນ ເພັດບຸນມີ, ທ່ານ ພັທ ໜູໃບ ອິນທິສານ ເປັນຮອງ.
- ປີ 2014 ຫາ 2018 ທ່ານ ພົຈວ ຄຳສາຍ ຈັນທະວົງ ເປັນຫົວໜ້າ, ທ່ານ ພັອ ຄຳເຜີຍ ສອນໄຊສິດທິເດດ, ທ່ານ ພັທ ຫຸມພັນ ເພັດບຸນມີ, ທ່ານ ພັທ ໜູໃບ ອິນທິສານ, ທ່ານ ພັທ ສົມສະນິດ ຈັນທະວົງ, ທ່ານ ພັອ ພູວຽງ ຈະເລີນລັດ, ທ່ານ ພັອ ລຳໄພ ຍົດປະໄພ ເປັນຮອງ.
- ປີ 2018 ຫາ 2020 ທ່ານ ພົຈວ ຄຳສາຍ ຈັນທະວົງ ເປັນຫົວໜ້າ, ທ່ານ ພັອ ຫຸມພັນ ເພັດບຸນມີ, ທ່ານ ພັທ ໜູໃບ ອິນທິສານ, ທ່ານ ພັທ ສົມສະນິດ ຈັນທະວົງ, ທ່ານ ພັອ ພູວຽງ ຈະເລີນລັດ, ທ່ານ ພັອ ລຳໄພ ຍົດປະໄພ ເປັນຮອງ.
- ປີ 2020 ຫາ 2024 ມີ ທ່ານ ພົຈວ ໜູໃບ ອິນທິສານ ເປັນຫົວໜ້າ, ທ່ານ ພັອ ພູວຽງຈະເລີນລັດ, ທ່ານ ພັອ ລຳໄພ ຍົດປະໄພ, ທ່ານ ພັອ ສົມສະນິດ ຈັນທະວົງ, ທ່ານ ພັອ ລີຊວາ ໄຊຍະຊ່າງ ເປັນຮອງ.
- ປະຈຸບັນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະກອບມີຫົວໜ້າກົມ ແລະ ຮອງຫົວໜ້າກົມ 6 ທ່ານຄື: 1. ທ່ານ ພົຈວ ແກ່ນຈັນ ພົມມະຈັກ ເປັນຫົວໜ້າ, 2. ທ່ານ ພັອ ສົມສະນິດ ຈັນທະວົງ, 3. ທ່ານ ພັອ ລໍາໄພ ຍົດປະໄພ, 4. ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ, 5. ທ່ານ ພັອ ລີຊວາ ໄຊຍະຊ່າງ, 6. ທ່ານ ພັອ ທອງຂັນ ສີສຸພັນທອງ ເປັນຮອງກົມ.
- ປີ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ປັບປຸງກົງຈັກການຈັດຕັ້ງ ເຊິ່ງໄດ້ຍຸບພະແນກສຳມະໂນຄົວຕ່າງດ້າວ ແລະ ປ່ຽນຊື່ພະແນກໄອທີ ມາເປັນສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ພ້ອມນີ້ຍັງໄດ້ຮັບເອົາກົມຄຸ້ມຄອງພົນລະເມືອງ ຈາກ ກະຊວງພາຍໃນ ມາໂຮມກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ.
ປະຈຸບັນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະກອບມີ 1 ຫ້ອງການກົມ, 1 ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, 8 ພະແນກ ແລະ 11 ກອງກໍ່ສ້າງຮາກຖານຂຶ້ນກັບ ຄື: ຫ້ອງການກົມ ລະຫັດ ຫກ/901, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ລະຫັດ ສພບ/924, ພະແນກການເມືອງ ລະຫັດ ພກມ/902, ພະແນກພະລາທິການ ລະຫັດ ພພລ/903, ພະແນກສຳມະໂນຄົວຄົນລາວ ລະຫັດ ພສຄ/904, ພະແນກສຳມະໂນຄົວຕ່າງດ້າວ ລະຫັດ ພຕດ/905, ພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ ລະຫັດ ພອບ/906, ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ ລະຫັດ ພອສ/907, ພະແນກປ້ອງກັນຄວາມສະຫງົບກຸ່ມບ້ານ ລະຫັດ ພປກ/908, ພະແນກຄຸ້ມຄອງກຳລັງປ້ອງກັນຄວາມສະຫງົບ ບ້ານ ລະຫັດ ພຄບ/909, ພະແນກໄອທີ ລະຫັດ ພອທ/910, ພະແນກເສນາກໍ່ສ້າງຮາກຖານ ລະຫັດ ພສຮຖ/911, ກອງກໍ່ສ້າງຮາກຖານ 912, ກອງກໍ່ສ້າງຮາກຖານ 913, ກອງກໍ່ສ້າງຮາກຖານ 914, ກອງກໍ່ສ້າງຮາກຖານ 915, ກອງກໍ່ສ້າງຮາກຖານ 916, ກອງກໍ່ສ້າງຮາກຖານ 917, ກອງກໍ່ສ້າງຮາກຖານ 918, ກອງກໍ່ສ້າງຮາກຖານ 919, ກອງກໍ່ສ້າງຮາກຖານ 920, ກອງກໍ່ສ້າງຮາກຖານ 921, ກອງກໍ່ສ້າງຮາກຖານ 922.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ນັບແຕ່ມື້ສ້າງຕັ້ງມາເຖິງປະຈຸບັນແມ່ນເຮັດໜ້າທີ່ຊີ້ນຳມະຫາພາກຕາມສາຍຕັ້ງວິຊາສະເພາະ ຢູ່ ປກສ ນະຄອນຫຼວງວຽງຈັນ, ບັນດາ ປກສ ແຂວງ ໃນຂອບເຂດທົ່ວປະເທດ, ວຽກລະບຽບຮຽບຮ້ອຍຢູ່ໃນຂອບເຂດຮັບຜິດຊອບຂອງຕົນ ວຽກງານສຳມະໂນຄົວແບບໃໝ່, ນອກຈາກນີ້ຍັງເປັນເຈົ້າການໃນການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈໍາຢູ່ຕາມຈຸດຫຼໍ່ແຫຼມຕ່າງໆຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ພ້ອມທັງປຸກລະດົມຂົນຂວາຍກຸ່ມຄົນຈຳນວນໜື່ງຢູ່ໃນປ່າທີ່ຫຼົງຜິດຕໍ່ແນວທາງຂອງພັກອອກມາເປັນພົນລະເມືອງດີຂອງປະເທດຊາດ ແລະ ໄດ້ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງເຂັ້ມງວດ, ເປັນຕົ້ນແມ່ນບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ການຄ້າມະນຸດ, ອັກຄີໄພ, ຄົນຕ່າງປະເທດເຂົ້າເມືອງຜິດກົດໝາຍ, ປະກອບອາຊີບບໍ່ຖືກຕ້ອງ ແລະ ອື່ນໆ.
ປັດຈຸບັນທາງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສຸມໃສ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕຣນິກໃນຂອບເຂດທົ່ວປະເທດ ປັດຈຸບັນພົນລະເມືອງລາວມີທັງໝົດ 7.912.394 ຄົນ, ສາມາດສັງລວມໃນເບື້ອງຕົ້ນແມ່ນ 6.391.220 ຄົນ ກວມອັດຕາສ່ວນ 80.77% ໃນນີ້ 6.391.220 ພົນລະເມືອງຄົບເງື່ອນໄຂການກໍານົດລະຫັດບຸກຄົນ 4.879.526 ຄົນ ກວມເອົາ 76.34%; ວຽກງານໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ ທົ່ວປະເທດ ນັບແຕ່ ເດືອນພະຈິກ 2024 ຫາ ເດືອນມິຖຸນາ 2025 ສາມາດສະແກນເອກະສານ ໄດ້ 237,147 ຄອບຄົວ, ມີ 1,235,008 ຄົນ, ຍິງ 623,926 ຄົນ; ສາມາດປ້ອນຂໍ້ມູນເຂົ້າໃນລະບົບ ໄດ້ 211,422 ຄອບຄົວ, ມີ 1,107,766 ຄົນ, ຍິງ 558,479 ຄົນ; ສາມາດໂອນຖ່າຍ ໄດ້ 213,377 ຄອບຄົວ, ມີ 1,118,640 ຄົນ, ຍິງ 567,822 ຄົນ;ໄດ້ລົງເກັບກໍາຂໍ້ມູນນໍາບັນດາການນໍາຂັ້ນສູງ, ການນໍາຢູ່ບັນດາກະຊວງ, ອົງການ ເພື່ອກະກຽມພິມບັດປະຈໍາຕົວດີຈີຕ໊ອນໃນໄວໆນີ້ ໄດ້ 1,626 ສະບັບ
ຈາກຜົນງານການເຄື່ອນໄຫວຢ່າງເອົາຈິງເອົາຈັງຂອງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈິ່ງເຮັດໃຫ້ບັນດາຈຸດຫຼໍ່ແຫຼມ, ເຂດຈຸດສຸມຫຼາຍບ່ອນໄດ້ຮັບການພັດທະນາ, ປະຊາຊົນທຳມາຫາກິນສະດວກ, ສັງຄົມມີຄວາມສະຫງົບ ແລະ ມີສະຖຽນລະພາບທາງດ້ານການເມືອງໂດຍພື້ນຖານ.
ເພື່ອຕອບສະໜອງນໍ້າໃຈເສຍສະຫຼະອັນພິລາດອາດຫານ, ທົນທານໜຽວແໜ້ນຂອງພະນັກງານ-ນັກຮົບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ອຸທິດເລືອດເນື້ອເຫື່ອແຮງສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 47 ປີ ທີ່ຜ່ານມານັ້ນພັກ-ລັດຖະບານກໍ່ຄືກະຊວງປ້ອງກັນຄວາມສະຫງົບເຫັນໄດ້ຜົນງານດັ່ງກ່າວຈີ່ງໄດ້ປະຕິບັດນະໂຍບາຍຍ້ອງຍໍ, ປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍຂັ້ນຕ່າງໆໃຫ້ແກ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານດັ່ງນີ້:
- ການຍ້ອງຍໍຕໍ່ກົມກອງລວມໝູ່ ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 1 ກົມກອງ; ຫຼຽນໄຊແຮງງານຊັ້ນ II ຈໍານວນ 20 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 09 ໜ່ວຍ; ໄດ້ຮັບ ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 01 ໜ່ວຍ; ຫຼຽນໄຊ ພິລະອາດຫານຊັ້ນ III ຈຳນວນ 1 ໜ່ວຍ; ໃບຍ້ອງຍໍເຈົ້າແຂວງ 01 ໃບ; ຫຼຽນກາມິດຕະພາບ ລາວ-ຫວຽດນາມ ຈຳນວນ 01 ໜ່ວຍ; ໄດ້ຮັບທຸງໄຊ 1 ອັນ.
- ການຍ້ອງຍໍຕໍ່ພະນັກງານ-ນັກຮົບ, ທີ່ປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນການຊີ້ນຳນຳພາ ແລະ ກວດກາການຕິດຕາມ, ລົງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ມີ:
- ຫຼຽນໄຊແຮງງານຊັ້ນ I ຈຳນວນ 22 ສະຫາຍ.
- ຫຼຽນໄຊແຮງງານຊັ້ນ II ຈໍານວນ 238 ສະຫາຍ.
- ຫຼຽນໄຊແຮງງານຊັ້ນ III ຈຳນວນ 697 ສະຫາຍ.
- ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 126 ສະຫາຍ.
- ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 423 ສະຫາຍ.
- ຫຼຽນກາແຮງງານ ຈຳນວນ 639 ສະຫາຍ.
- ຫຼຽນກາມິດຕະພາບ ລາວ-ຫວຽດນາມ ຈຳນວນ 21 ສະຫາຍ.
- ຫຼຽນກາກະຊວງປ້ອງກັນຄວາມສະຫງົບ ຈຳນວນ 280 ສະຫາຍ.
- ຍ້ອງຍໍລັດຖະບານ ຈຳນວນ 217 ສະຫາຍ.
- ຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ ຈຳນວນ 366 ສະຫາຍ.
- ຍ້ອງຍໍເຈົ້າຄອງນະຄອນຫຼວງ ຈຳນວນ 4 ສະຫາຍ.
- ຍ້ອງຍໍກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈຳນວນ 2 ສະຫາຍ.
ນອກຈາກຜົນງານດັ່ງກ່າວແລ້ວ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບໍລິສັດ, ຫ້າງຮ້ານ ແລະ ບຸກຄົນ ໄດ້ປະກອບສ່ວນຊຸກຍູ້ເຄື່ອງອຸປະໂພກ, ບໍລິໂພກ ຈໍານວນຫຼາຍພໍສົມຄວນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເພື່ອຊຸກຍູ້ພະນັກງານທີ່ເຄື່ອນໄຫວລົງປະຕິບັດໜ້າທີ່ການເມືອງຢູ່ບັນດາຈຸດຫຼໍ່ແຫຼມຫ່າງໄກສອກຫຼີກມີກຳລັງໃຈ ແລະ ມີຄວາມສະຫງົບອຸ່ນອ່ຽນຕໍ່ໜ້າທີ່ວຽກງານ ແລະ ຊຸກຍູ້ຊ່ວຍເຫຼືອປະຊາຊົນບັນດາເຜົ່າຜູ້ທີ່ທຸກຍາກໃຫ້ມີຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ.
ໃນວັນທີ 8 ສິງຫາ 2025 ກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ໝູນວຽນມາບັນຈົບຄົບຮອບ 47 ປີ ພໍດີ ຈິ່ງໄດ້ຈັດພິທີເລົ່າຄືນມູນເຊື້ອຜົນງານດັ່ງກ່າວ ເພື່ອເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກຳລັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກຳລັງປ້ອງກັນຄວາມສະຫງົບ, ຕັ້ງໜ້າເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າມອບໝາຍໃຫ້, ກໍ່ສ້າງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໃສ-ໜັກແໜ້ນ-ເຂັ້ມແຂງ, ເຄົາລົບກົດໝາຍ, ມີລະບຽບວິໄນ ແລະ ທັນສະໄໝເປັນກ້າວໆ ໂດຍຖືເອົາຄຸນນະພາບການເມືອງເປັນກົກ, ກໍ່ສ້າງກຳລັງທາງດ້ານຄວາມຮູ້-ຄວາມສາມາດດ້ານວິຊາການ, ວິຊາສະເພາະເປັນສຳຄັນ, ປັບປຸງການປະຕິບັດລະບຽບວິໄນຂອງກຳລັງ ແລະ ແບບການນຳພາ-ບັນຊາລະບອບລະບຽບຢ່າງເຂັ້ມງວດ, ສືບຕໍ່ເສີມຂຫຍາຍມູນເຊື້ອຕິດພັນກັບປະຊາຊົນ ຫັນກໍາລັງລົງກໍ່ຮາກຖານການເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຮັດໃຫ້ຮາກຖານມີຄວາມສະຫງົບປອດໄພ, ພື້ນຖານເສດຖະກິດ ວັດທະນະທຳ-ສັງຄົມມີຄວາມກ້າວໜ້າຂະຫຍາຍຕົວ, ປະເທດຊາດມີຄວາມສະຫງົບໝັ້ນຄົງ ແລະ ສີວິໄລຂື້ນໄປເລື້ອຍໆ.