ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ຂຽນເປັນຕົວອັກສອນຫຍໍ້ ຄກຖ ແລະ ມີເລກລະຫັດ509) ແມ່ນກົງຈັກການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ມີຖານະທຽບເທົ່າບັນດາກົມເອກະລາດ ທີ່ຂຶ້ນກັບກະຊວງ ຢູ່ພາຍໃຕ້ການ ນຳພາ ຊີ້ນຳເດັດຂາດ, ໂດຍກົງ ແລະ ຮອບດ້ານ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ ໃນການກໍານົດແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ, ການຊີ້ນຳ, ບັນຊາ, ຄຸ້ມຄອງ, ຕິດຕາມ ກວດກາ, ປັບປຸງ, ສ້າງ ແລະ ພັດທະນາວຽກງານເຫຼົ່າວິຊາສະເພາະຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຕົ້ນ ວຽກງານ ການກໍາແໜ້ນສະພາບການການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີ ແລະ ມີວິທີການ ມາດຕະການສະກັດກັ້ນ, ຕອບຕ້ານ ແລະ ແກ້ໄຂຢ່າງທັນການ, ຈັດຕັ້ງປະຕິບັດວຽກງານຄຸ້ມຄອງສຳມະໂນຄົວ, ອອກບັດປະຈຳຕົວ, ຄຸ້ມຄອງອາຊີບ-ພາຫະນະພິເສດ, ຜະລິດຕາປະທັບ, ປັບປຸງ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ກຸ່ມບ້ານ, ປ້ອງກັນຄວາມສະຫງົບ ບ້ານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ປະເທດຊາດ ມີຄວາມຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.