ໃນຕອນບ່າຍຂອງວັນທີ 14 ກັນຍາ 2026, ທ່ານ ພັນເອກ ນາງ ເຂັມຄຳ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ, ປະທານສະຫະພັນແມ່ຍິງກົມ 509 ພ້ອມຄະນະສະຫະພັນແມ່ຍິງກົມ 509 ໄດ້ໃຫ້ການຕ້ອນຮັບ ທ່ານ ພັນໂທ ນາງ ບຸນອ້ອມ ບໍລະບຸດ ຮອງປະທານສະຫະພັນແມ່ຍິງກະຊວງ ປກສ, ປະທານກວດກາສະຫະພັນແມ່ຍິງກະຊວງ ປກສ ພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານກວດກາ ຢູ່ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
, ສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 - 20 ກໍລະກົດ 2026) ພ້ອມທັງຈັດກອງປະຊຸມເຜີຍແຜ່ກົດໝາຍສະຫະພັນແມ່ຍິງລາວ ສະບັບປັບປຸງ ຂຶ້ນຢ່າງສົມກຽດ.
ສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງ ປະຈຳ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (ໄລຍະ 5 ປີ) ຂຶ້ນຢ່າງເປັນທາງການ.
ໃນຕອນເຊົ້າຂອງວັນທີ 4 ສິງຫາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັອ ນາງ ເຂັມຄໍາ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ, ປະທານສະຫະພັນແມ່ຍິງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກ, ມີຄະນະສະຫະພັນແມ່ຍິງ, ຫົວໜ້າໜ່ວຍ, ຮອງໜ່ວຍເຂົ້າຮ່ວມ.
ໃນຕອນເຊົ້າວັນທີ 28 ກຸມພາ 2025 ທ່ານ ດຣ ນາງ ຄຳປະສິດ ພົມມະຈັກ ພັນລະຍາທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍເຫລືອຄອບຄົວທຸກຍາກ 30 ຄອບຄົວ, ພ້ອມດ້ວຍນ້ອງນັກຮຽນ ຢູ່ບ້ານ ພູງູ ແລະ 14 ຄອບຄົວທຸກຍາກ ແລະ 2 ຄອບຄົວ ນັກຮົບວິລະຊົນແຫ່ງຊາດຢູ່ບ້ານ ຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ
ສະມາຊິກແມ່ຍິງອອກແຮງງານຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ70ປີ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025 ຜ່ານມານີ້,ສະມາຊິກແມ່ຍິງທົ່ວກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສ້າງຂະບວນການອອກແຮງງານອານາໄມລວມ