ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການເຄື່ອນໄຫວກິດຈະກຳຕ່າງໆ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປິດຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 31/ຄ.ປກຊ-ປກສ, ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ ແລະ ແຈ້ງການ ເລກທີ 311/ປກສ;

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີປະກາດ ອອກພັກການຮັບອຸດໜຸນບຳນານ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ຮອງຫົວໜ້າພະແນກອາຊີບ-ພາຫະນະພິເສດ ອອກພັກການຮັບອຸດໜຸນບຳນານ

Image

ກອງກໍ່ສ້າງຮາກຖານການເມືອງ 915 ຈັດຕັ້ງເຜີຍແຜ່, ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII

+

ໃນວັນທີ 17 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມເສນາກອງ 915, ກອງກໍ່ສ້າງຮາກຖານການເມືອງ 915 ໄດ້ຈັດຕັ້ງພິທີເຜີຍແຜ່ ແລະ ເຊື່ອມຊຶມເອກະສານກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XII

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປີດຝຶກອົບຮົມວຽກງານໂຄສະນາຕ້ານການຄ້າມະນຸດ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຕ້ານການຄ້າມະນຸດ ເຊິ່ງຈະດຳເນີນໄປເປັນເວລາ 3 ວັນ (ວັນທີ 21 ຫາ 23 ກໍລະກົດ 2026) ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ

Image

ກອງປະຊຸມສະຫຼຸບວຽກງານຮາກຖານປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ຂອງກອງກໍ່ສ້າງຮາກຖານ 914

+

ກອງກໍ່ສ້າງຮາກຖານ 914 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງລອງ ແຂວງຫຼວງນ້ຳທາ.

Image

ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມຄົບຄະນະພັກກົມ ສະໄໝທີ III ຄັ້ງທີ 4

+

ໃນວັນທີ 15 ກໍລະກົດ 2026 ທີ່ຫ້ອງປະຊຸມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະບໍລິຫານງານພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄົບຄະນະພັກກົມ ສະໄໝທີ III ຄັ້ງທີ 4 ຂຶ້ນຢ່າງເປັນທາງການ

Image

ກອງປະຊຸມຊຸກຍູ້ຕິດຕາມເຜີຍແຜ່ວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານ ຂອງກອງກໍ່ສ້າງຮາກຖານ 914

+

ກອງກໍ່ສ້າງຮາກຖານ 914 ໄດ້ສົມທົບກັບ ປກສ ກຸ່ມບ້ານ,ຕາແສງ, ການຈັດຕັ້ງບ້ານ,ປກສ,ປກຊ ຈັດກອງປະຊຸມເຊື້່ອມຊຶມ 02 ເອກະສານ ຢູ່ທີບ້ານ ຫ້ວຍກຸ່ມ ແລະ ບ້ານ ຫ້ວຍຫຼວງ,ເມືອງ ລອງ ,ແຂວງ ຫຼວງນ້ຳທາ ໂດຍເປັນປະທານ ຂອງ ທ່ານ ພັທ ຫັດສະດີ ສີລິວົງ ຫົວໜ້າກອງກໍ່ສ້າງຮາກຖານ 914, ມີພະນັກງານຮາກຖານ ແລະ ນາຍບ້ານສອງ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ

Image

ກົມ 509 ເຊື່ອມຊຶມກົດລະບຽບຂອງພັກ ແລະ ປາຖະກະ ຖາມູນເຊື້ອ 3 ວັນ ປະຫວັດສາດ

+

ໃນວັນທີ 2 ກໍລະກົດ 2026 ຢູ່ທີ່ ກົມຄຸ້ມຄອງສຳມະ ໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ໄດ້ຈັດກອງປະຊຸມເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ພ້ອມທັງເຜີຍແຜ່ເອກະສານມູນເຊື້ອ 3 ວັນປະຫວັດສາດສໍາຄັນ,

Image

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ຜູ້ເກົ່າ ແລະ ຜູ້ໃໝ່

+

ກອງກໍ່ສ້າງຮາກຖານການ ເມືອງ 921 ປະຈຳເມືອງ ທ່າໂທມ ແຂວງ ໄຊສົມບູນ ລະຫວ່າງ ພັທ ສີພະຈັນ ໝັ້ນສຸລິດ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ( ຜູ້ເກົ່າ ) ແລະ ພັທ ຫຍຸຍ ເພັງເມືອງຄູນ ເລຂາໜ່ວຍພັກຮາກຖານ, ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 921 ( ຜູ້ໃໝ່ ) ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ທີ່ຫ້ອງປະຊຸມຕາແສງແກ້ວມີໄຊ ເມືອງ ທ່າໂທມ ແຂວງ ໄຊສົມບູນ ເຂົ້າຮ່ວມເປັນປະທານໂດຍ ທ່ານ ພັອ ລຳໄພ ຍົດປະໄພ ຄະນະປະຈຳພັກກົມ, ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກອງບັນຊາການ ປກສ ແຂວງ ໄຊສົມບູນ, ຄະນະກອງບັນຊາການ ປກສ ເມືອງ ທ່າໂທມ, ປກສ ກຸ່ມບ້ານ, ພ້ອມດ້ວຍນາຍຕຳຫຼວດກອງກໍ່ສ້າງຮາກຖານ 921 ເຂົ້າຮ່ວມ.

Image

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020-2026

+

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຈົດທະ ບຽນ ແລະ ສະຖິຕິພົນລະເມືອງ (CRVS) ແຕ່ປີ 2020- 2026 ໄດ້ຈັດໃນວັນທີ 26 ມິຖຸນາ 2026 ນີ້, ທີ່ໂຮງແຮມໂຮລິເດອິນ(Holiday in ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຕີ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ມານັຟ ບັດຕະໄລ ຫົວໜ້າທີມແຜນການໂຄງການຈົດທະບຽນ ແລະ ສິຖິຕິພົນລະເມືອງ CRVS

Image

ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊີ້ນຳວຽກງານ ແລະ ປະກາດການຈັດຕັ້ງ ຮອງກອງ 917 ຜູ້ໃໝ່

+

ໃນວັນທີ 08 ມີຖຸນາ 2026 ທີ່ສະໂມສອນ ປກສ ເມືອງຫີນບູນໄດ້ຈັດພິທີປະກາດການຈັດຕັ້ງຮອງຫົວໜ້າກອງກໍ່ສ້າງຮາກຖານ 917 ໂດຍເປັນປະທານຂອງ ພັອ ລຳໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917