ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການເຄື່ອນໄຫວກິດຈະກຳຕ່າງໆ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນເສິກ

+

ໃນວັນທີ 14 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍ ການເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີມອບ-ຮັບ ອາວຸດປືນເສິກ

+

ໃນວັນທີ 13 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນເສິກ ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ

Image

ປກສ ນະຄອນຫຼວງວຽງຈັນໄດ້ນໍາອາວຸດປືນ 115 ກະບອກມາມອບຄືນໃຫ້ກົມ 509.

+

ໃນວັນທີ 23 ກັນຍາ 2026 ນີ້ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນໍາອາວຸດປືນມາມອບຄືນໃຫ້ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ

Image

ການນຳຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງລາວ

+

ໃນໂອກາດທີ່່ ທ່ານ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຍາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 21 ກັນຍາ 2026, ທ່ານ ຟ້າມ ຢາ ຕຸກ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ໂຄງການສ້າງຖານ ຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງລາວ ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ພົນໂທ ກົງທອງ ພົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມອບອາວຸດປືນໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

+

ໃນຕອນບ່າຍວັນທີ 18 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ທ່ານ ພົນໂທ ກົງທອງ ພົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ນຳເອົາອາວຸດປືນເສິກ. ມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຊຸມປຶກສາຫາລືຄະນະຮັບຜິດຊອບກະກຽມຮັບຕ້ອນຄະນະຜູ້ແທນຂັ້ນສູງ ຂອງ ລັດຖະບານ ແຫ່ງ ສສ ຫວຽດນາມ ມາຢ້ຽມຊົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

+

ໃນວັນທີ 18 ກັນຍາ 2026 ນີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດກອງປະຊຸມປຶກສາຫາລືຄະນະຮັບຜິດຊອບກະກຽມຮັບຕ້ອນຄະນະຜູ້ແທນຂັ້ນສູງ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

Image

ທ່ານ ສີຫຸນ ສິດທິລືໄຊ ມອບອາວຸດປືນໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

+

ໃນວັນທີ 16 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ອາວຸດປືນເສິກ. ໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ພົທ ວັນທອງ ກອງມະນີ ຊຸກຍູ້ວຽກງານວິຊາສະເພາະ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

+

ພົທ ວັນທອງ ກອງມະນີ ລັດ ຖະມົນຕີກະຊວງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ ກົມຄຸ້ມຄອງສຳມະໂນ ຄົວ ແລະ ກ່ໍສ້າງຮາກຖານ ( ກົມ 509 ) ກະຊວງປ້ອງກັນຄວາມສະຫງົບ.

Image

ໜ່ວຍພັກຮາກຖານພະແນກສຳມະໂນຄົວຄົນລາວ ເປີດບັ້ນດຳເນີນຊີວິດການເມືອງ

+

ໃນລະວັນທີ 11 ກັນຍາ 2026, ໜ່ວຍພັກຮາກຖານພະແນກສຳມະໂນຄົວຄົນລາວ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາປະເພດສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026

Image

ທ່ານ ດຣ. ບຸນທົງ ວົງສຸພັນ ມອບອາວຸດປືນເສິກ ໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

+

ໃນເວລາ 09:30 ໂມງ ຂອງວັນທີ 10 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ VIP ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ມີພິທີມອບ-ຮັບ ອາວຸດປືນເສິກຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານ ແລະ ຮັບມອບຂອງ ທ່ານ ພັນເອກ ລີຊວາ ໄຊຍະຊ່າງ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ໜ່ວຍພັກຮາກຖານກອງກໍ່ສ້າງຮາກຖານ 915 ເປີດບັ້ນດຳເນີນຊີວິດການເມືອງ

+

ວັນທີ 3 ກັນຍາ 2026, ໜ່ວຍພັກຮາກຖານກອງກໍ່ ສ້າງຮາກຖານ 915 ປະຈໍາຢູ່ເມືອງອານຸວົງ ແຂວງໄຊສົບູນໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ສຳຫຼວດກວດກາຕີລາຄາ ປະເພດ ສະມາຊິກພັກ ແລະ ຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຢ່າງເປັນທາງການ, ໂດຍການເປັນປະທານຂອງ ພັທ ບຸນເພັງຈັນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າກອງກໍ່ສ້າງຮາກຖານ 915 ໂດຍການເປັນກຽດເຂົ້າຮ່ວມຂອງທານ ພັອ ສີບຸຸນເຮືອງ ໄຊຍະເພັດ ຄະນະພັກກົມ ຮອງກົມຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ກົມ 509 ຈັດພິທີປາຖະກະຖາເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ພ້ອມປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

+

ໃນວັນທີ 7 ກັນຍາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຢ່າງສົມກຽດ. ໂດຍການໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ