ໃນວັນທີ 7 ສິງຫາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 48 ປີ (8 ສິງຫາ 1978 – 8 ສິງຫາ 2026) ພ້ອມທັງຮັບຟັງການເລົ່າຄືນປະວັດມູນເຊື້ອ,
ໃນເວລາ 10:30 ໂມງ ຂອງວັນທີ 04 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ III ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ອາວຸດປືນເສິກ ລະຫວ່າງ ທ່ານ ໂບຢອນ ຄິມ (Boyoun KIM) ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ
ໃນໄລຍະຕົ້ນເດືອນ ກໍລະກົດ ພາຍຫຼັງທີກອງກໍ່ສ້າງຮາກຖານ 914 ປະຈຳເຂດຊຽງກົກ ເມືອງ ລອງ, ແຂວງ ຫຼວງນ້ຳທາ ຂອງພວກເຮົາໄດ້ລົງເຜີຍແຜ່ເຊືອມຊືມເອກະສານກ່ຽວກັບການເກັບກູ້ອາວຸດລ່າເນື້ອ ແລະ ເອກະສານສານຕ່າງໆກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານແລ້ວ ໃນໄລຍະຜ່ານມາພະນັກງານກອງກໍ່ສ້າງຮາກຖານ 914 ປະຈຳແຕ່ລະບ້ານແມ່ນໄດ້ເກັບກູ້ອາວຸດປື່ນແກບໄດ້ແລ້ວຈຳນວນໜຶ່ງ ບ້ານ ຫ້ວຍກຸ່ມ 27 ບອກ,ບ້ານ ຈ່າຢີ້ 08 ,ບ້ານປຸງຊາຍ 03 ບອກ,ບ້ານຫ້ວຍຫຼວງ 07 ບອກ,ບ້ານ ແດນກາງ 07 ບອກ ລວມໄດ້ 52 ບອກ ແລະ ຍັງໄດ້ສືບຕໍ່ປຸກລະດົມນຳພໍ່ປະຊາຊົນຜູ້ທີຍັງບໍ່ທັນໄດ້ມອບປືນໃຫ້ມີສ່ວນຮ່ວມນຳເອົາອາວຸດປືນມາມອບໃຫ້ພະນັກງານຮາກຖານປະຈຳແຕ່ລະຈຸດຂອງບ້ານ.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີການຈັດກອງປະຊຸມລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ອົງຄະນະພັກກົມ 509. ໂດຍການເປັນປະທານຂອງ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານ ພົຈວ ສຸພັນທອງ ໄຄ້ຍະວົງ ຄະນະພັກກະຊວງ, ຫົວໜ້າກົມກວດກາ, ຄະນະຮັບຜິດຊອບລົງຊຸກຍູ້ຈາກກະຊວງ, ຕາງໜ້າຈາກກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກກົມ, ພ້ອມດ້ວຍເລຂາໜ່ວຍພັກ ແລະ ຕາງໜ້າຈາກ 20 ໜ່ວຍພັກອ້ອມຂ້າງກົມ.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 31/ຄ.ປກຊ-ປກສ, ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ ແລະ ແຈ້ງການ ເລກທີ 311/ປກສ;
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ທ່ານ ພັນໂທ ຂຸນແກ້ມ ວົງປະດິດ ຮອງຫົວໜ້າພະແນກອາຊີບ-ພາຫະນະພິເສດ ອອກພັກການຮັບອຸດໜຸນບຳນານ
ໃນວັນທີ 17 ກໍລະກົດ 2026, ຢູ່ທີ່ຫ້ອງປະຊຸມເສນາກອງ 915, ກອງກໍ່ສ້າງຮາກຖານການເມືອງ 915 ໄດ້ຈັດຕັ້ງພິທີເຜີຍແຜ່ ແລະ ເຊື່ອມຊຶມເອກະສານກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XII
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຕ້ານການຄ້າມະນຸດ ເຊິ່ງຈະດຳເນີນໄປເປັນເວລາ 3 ວັນ (ວັນທີ 21 ຫາ 23 ກໍລະກົດ 2026) ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ
ກອງກໍ່ສ້າງຮາກຖານ 914 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງລອງ ແຂວງຫຼວງນ້ຳທາ.
ໃນວັນທີ 15 ກໍລະກົດ 2026 ທີ່ຫ້ອງປະຊຸມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະບໍລິຫານງານພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄົບຄະນະພັກກົມ ສະໄໝທີ III ຄັ້ງທີ 4 ຂຶ້ນຢ່າງເປັນທາງການ
ກອງກໍ່ສ້າງຮາກຖານ 914 ໄດ້ສົມທົບກັບ ປກສ ກຸ່ມບ້ານ,ຕາແສງ, ການຈັດຕັ້ງບ້ານ,ປກສ,ປກຊ ຈັດກອງປະຊຸມເຊື້່ອມຊຶມ 02 ເອກະສານ ຢູ່ທີບ້ານ ຫ້ວຍກຸ່ມ ແລະ ບ້ານ ຫ້ວຍຫຼວງ,ເມືອງ ລອງ ,ແຂວງ ຫຼວງນ້ຳທາ ໂດຍເປັນປະທານ ຂອງ ທ່ານ ພັທ ຫັດສະດີ ສີລິວົງ ຫົວໜ້າກອງກໍ່ສ້າງຮາກຖານ 914, ມີພະນັກງານຮາກຖານ ແລະ ນາຍບ້ານສອງ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ