ໃນວັນທີ 19 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 11/ນຍ ໄລຍະທີ II (2024-2026) ແລະ ວາງທິດທາງແຜນການ ໄລຍະທີ III (2026-2028)
ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີມອບ-ຮັບ ອາວຸດປືນເສິກ ເພື່ອເປັນການຈັດຕັ້ງປະຕິບັດຕາມກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ສະບັບເລກທີ 14/ສພຊ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2189/ປກສ ອາວຸດປືນເສິກທີ່ໄດ້ຮັບການມອບ-ຮັບ ໃນຄັ້ງນີ້ ມີຈຳນວນ 2 ລາຍການ
ໃນວັນທີ 18 ສິງຫາ 2026 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ທິດທາງແຜນການ ໄລຍະສາມ 2026-2028 ໄດ້ອັດລົງດ້ວຍຜົນສໍາເລັດ ເປັນປະທານໂດຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຂຶ້ນບັນຊີເກັບກູ້ ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ
ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ່ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ທິດທາງແຜນການ ໄລຍະສາມ 2026-2028, ໃນວັນທີ 17 ສິງຫາ 2026 ທີ່ສະໂມສອນກະຊວງ ປກສ ( ສະໜາມມ້າ ), ໂດຍການເປັນປະທານ ຂອງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຂຶ້ນບັນຊີເກັບກູ້ ຄຸ້ມຄອງອາວຸດປືນເສີກ ແລະ ວັດຖຸລະເບີດ
ໃນເວລາ 15:00 ໂມງ ຂອງວັນທີ 13 ສິງຫາ 2026 ນີ້, ຢູ່ທີ່ຫ້ອງຮັບແຂກ ຊັ້ນ II ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ອາວຸດປືນເສີກ ລະຫວ່າງ ທ່ານ ເສີ່ນສ່ຽງ ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ.
ວັນທີ 11 ສິງຫາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບວຽກງານສຳມະໂນຄົວລາວ ລະຫວ່າງ ພະແນກສຳມະໂນຄົວລາວ ກັບ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ,ມີຄະນະພັກ -ຄະນະກົມ, ຕາງໜ້າບັນດາທ່ານຫົວໜ້າພະແນກ, ຫ້ອງ ການ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງພະແນກສຳມະ ໂນຄົວລາວ ແລະ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳ ຕົວ ເຂົ້າຮ່ວມ.
ໃນວັນທີ 7 ສິງຫາ 2026, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 48 ປີ (8 ສິງຫາ 1978 – 8 ສິງຫາ 2026) ພ້ອມທັງຮັບຟັງການເລົ່າຄືນປະວັດມູນເຊື້ອ,
ໃນເວລາ 10:30 ໂມງ ຂອງວັນທີ 04 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ III ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ອາວຸດປືນເສິກ ລະຫວ່າງ ທ່ານ ໂບຢອນ ຄິມ (Boyoun KIM) ກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ
ໃນໄລຍະຕົ້ນເດືອນ ກໍລະກົດ ພາຍຫຼັງທີກອງກໍ່ສ້າງຮາກຖານ 914 ປະຈຳເຂດຊຽງກົກ ເມືອງ ລອງ, ແຂວງ ຫຼວງນ້ຳທາ ຂອງພວກເຮົາໄດ້ລົງເຜີຍແຜ່ເຊືອມຊືມເອກະສານກ່ຽວກັບການເກັບກູ້ອາວຸດລ່າເນື້ອ ແລະ ເອກະສານສານຕ່າງໆກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານແລ້ວ ໃນໄລຍະຜ່ານມາພະນັກງານກອງກໍ່ສ້າງຮາກຖານ 914 ປະຈຳແຕ່ລະບ້ານແມ່ນໄດ້ເກັບກູ້ອາວຸດປື່ນແກບໄດ້ແລ້ວຈຳນວນໜຶ່ງ ບ້ານ ຫ້ວຍກຸ່ມ 27 ບອກ,ບ້ານ ຈ່າຢີ້ 08 ,ບ້ານປຸງຊາຍ 03 ບອກ,ບ້ານຫ້ວຍຫຼວງ 07 ບອກ,ບ້ານ ແດນກາງ 07 ບອກ ລວມໄດ້ 52 ບອກ ແລະ ຍັງໄດ້ສືບຕໍ່ປຸກລະດົມນຳພໍ່ປະຊາຊົນຜູ້ທີຍັງບໍ່ທັນໄດ້ມອບປືນໃຫ້ມີສ່ວນຮ່ວມນຳເອົາອາວຸດປືນມາມອບໃຫ້ພະນັກງານຮາກຖານປະຈຳແຕ່ລະຈຸດຂອງບ້ານ.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ມີການຈັດກອງປະຊຸມລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ອົງຄະນະພັກກົມ 509. ໂດຍການເປັນປະທານຂອງ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານ ພົຈວ ສຸພັນທອງ ໄຄ້ຍະວົງ ຄະນະພັກກະຊວງ, ຫົວໜ້າກົມກວດກາ, ຄະນະຮັບຜິດຊອບລົງຊຸກຍູ້ຈາກກະຊວງ, ຕາງໜ້າຈາກກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກກົມ, ພ້ອມດ້ວຍເລຂາໜ່ວຍພັກ ແລະ ຕາງໜ້າຈາກ 20 ໜ່ວຍພັກອ້ອມຂ້າງກົມ.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 31/ຄ.ປກຊ-ປກສ, ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ ແລະ ແຈ້ງການ ເລກທີ 311/ປກສ;