ໃນອາທິດທີ່ຜ່ານມາ ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງກວດກາການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ຢູ່ກອງບັນຊາການ ປກສ ເມືອງລະມານ ແລະ ເມືອງດາກຈຶ່ງ ແຂວງເຊກອງ
ໃນວັນທີ 28 ມັງກອນ 2025 ນີ້ ທ່ານ ພົທ ຄໍາກີ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ 2025 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ແລະ ໜ່ວຍງານອ້ອມຂ້າງກົມເຂົ້າຮ່ວມ.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ2025 ,ໃນວັນທີ 28 ມັງກອນ 2025 ນີ້, ພາຍໃຕ້ການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ແລະ ໜ່ວຍງານອ້ອມຂ້າງກົມເຂົ້າຮ່ວມ.
ໃນວັນທີ 15 ມັງກອນ 2025 ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ຢູ່ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ
ໃນວັນທີ 10 ມັງກອນ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ພອນ ຊິດເຕັມ ໄດ້ຈັດກອງປະຊຸມຄົ້ນຄ້ວາການນຳສະເໜີຊຳລະເງິນຄັ້ງ9-10 ແລະ ເອກະສານປິດໂຄງການຄຸ້ມຄອງພົນລະເມືອງລາວ ( ລະບົບບັດປະຈໍາຕົວ ໄລຍະທີ 1) ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍຄະນະ, ມີຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງການເງິນ, ຄະນະຮັບຜິດຊອບໂຄງການຂອງກະຊວງປ້ອງກັນຄວາມສະຫງົບ, ແລະ ພະແນກທີ່ກ່ຽວຂ້ອງຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.
ໃນຕອນບ່າຍວັນທີ 8 ມັງກອນ 2025 ທ່ານ ພົຈວ ແກ່ນຈັນພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພະນັກງານທີ່ລົງ ຈັດຕັ້ງປະຕິບັດຊຸກຍູ້ ວຽກງານໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ໃນ 7 ແຂວງ, ມີບັນດາຄະນະກົມ, ຮອງກົມ, ກອງເລຂາ ແລະ ພະນັກງານທີ່ຈະລົງປະຕິບັດວຽກງານຕົວຈິງ ໃນການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ໃນ 7 ແຂວງເຂົ້າຮ່ວມ.
ໃນວັນທີ 8 ມັງກອນ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ພອນ ຊິດເຕັມ ໄດ້ຈັດກອງປະຊຸມທົດລອງເປີດນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ຢູ່ ປກສ ເມືອງໄຊທານີ ໂດຍການເປັນປະທານຂອງທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີພະນະທ່ານ ລາສໂລ ທາກາສ ເອກອັກຄະລັດຖະທູດ ຮັງກາຣີ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງແຜນການ, ກົມໃຫຍ່ພະລາທິການ, ກົມກົມໃຫຍ່ສັນຕິບານ, ປກສ ນະຄອນຫຼວງ ແລະ ປກສ ເມືອງໄຊທານີ ເຂົ້າຮ່ວມ.
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນກຽດໂອ້ລົມໃຫ້ທິດຊີ້ນຳ ແລະ ໃຫ້ກຽດມອບໃບຢັ້ງຢືນການລົງກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ໄດ້ສຳເລັດການລົງກໍ່ສ້າງຮາກຖານ ໃນພິທີປິດຝຶກອົບຮົມວຽກງານກໍ່ສ້າງຮາກຖານ ຂອງຕອນບ່າຍຂອງວັນທີ 7 ມັງກອນ 2025 ໂດຍມີຄະນະກົມ, ຮອງກົມ, ຄູອາຈານທີ່ຈະຂຶ້ນບັນຍາຍເອກະສານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.
ໃນຕອນເຊົ້າ ຂອງວັນທີ 6 ມັງກອນ 2025 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມ ການຝຶກອົບຮົມວຽກງານກໍ່ສ້າງຮາກຖານ ໂດຍມີການນຳຂັ້ນກົມ, ຄູອາຈານທີ່ຈະຂຶ້ນບັນຍາຍເອກະສານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ນັກສຳມະນາກອນ 42 ສະຫາຍເຂົ້າຮ່ວມ.
ໃນຕອນບ່າຍຂອງວັນທີ 31 ທັນວາ 2024, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະພັກກົມ ເຂົ້າອວຍພອນ ທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດປີໃໝ່ສາກົນ 2025.
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງໂຄງການ ການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໂດຍເປັນປະທານຂອງ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3 ຂອງອົງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3 ຂອງອົງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບໄດ້ຈັດໃຈວັນທີ 26 ທັນວາ 2024 ນີ້ ໂດຍການເປັນປະທານຂອງພົຈວ ແກ່ນຈັນ ພົມມະຈັກ,ຄະນະພັກກະຊວງ,ເລຂາຄະນະພັກກົມ,ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໂດຍການເປັນກຽດເຂົ້າຮ່ວມຂອງພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ,ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບມີຄະນະພັກກົມ,ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.