ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການເຄື່ອນໄຫວກິດຈະກຳຕ່າງໆ

Image

ກອງປະຊຸມຕີລາຄາຄວາມຄືບໜ້າໂຄງການ

+

ກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ "ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ" ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2024 ທີ່ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ, ທ່ານ ພົນຕີ ຫງວຽນ ວັນລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ, ມີຮອງລັດຖະມົນຕີ, ອົງການຈາກຂະແໜງການຂັ້ນສູນກາງ, ກອງບັນຊາການ ປກສ ແຂວງ, ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

Image

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງ ປກສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

+

ໃນວັນທີ 19 ທັນວາ 2024, ທີ່ກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນໍາໂດຍ ທ່ານ ພົນຕີ ຫງວຽນວັນລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ "ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ" ໃນລະຫວ່າງວັນທີ 19-20 ທັນວາ 2024.

Image

ກອງປະຊຸມຂອງຄະນະຮັບຜິດຊອບຂັ້ນກະຊວງ ປກສ ໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຮ່ວມກັບ ສສ ຫວຽດນາມ

+

ໃນວັນທີ 18 ທັນວາ 2024 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຂັ້ນກະຊວງ ປກສ ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ຮ່ວມກັບ ສສ ຫວຽດນາມ ຂື້ນ ໂດຍການເປັນປະທານຂອງທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງການຄວາມສະຫງົບ, ຜູ້ປະຈໍາການຊີ້ນໍາໂຄງການ, ມີຄະນະບັນຊາກະຊວງປ້ອງກັນຄວາມສະຫງົບ, ຫ້ອງວາການກະຊວງ, ກົມໃຫຍ່ການເມືອງ, ກົມໃຫຍ່ພາລາ ແລະ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

Image

ຮອງກົມ 509 ລົງຊຸກຍູ້ວຽກງານຝຶກອົບຮົມຜູ້ໃຊ້ງານຊອບແວຣປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ

+

ຮອງກົມ 509 ລົງຊຸກຍູ້ວຽກງານຝຶກອົບຮົມຜູ້ໃຊ້ງານຊອບແວຣປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ

Image

ພິທີ ປາຖະກະຖາ ວັນຊາດທີ່ 2 ທັນວາ ຄົບຮອບ 49 ປີ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

+

ພິທີ ປາຖະກະຖາ ວັນຊາດທີ່ 2 ທັນວາ ຄົບຮອບ 49 ປີ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ສະຫຼຸບການຜັນຂະຫຍາຍການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອເລັກໂຕຣນິກຂອງກອງບັນຊາການ ປກສ ແຂວງໄຊຍະບູລີ

+

ປກສ ແຂວງ ໄຊຍະບູລີ ສະຫຼຸບການຜັນຂະຫຍາຍການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອເລັກໂຕຣນິກ.

Image

ກອງປະຊຸມຄະນະຮັບຜິດຊອບການໂອນຖ່າຍສຳເນົາສຳມະໂນຄົວ

+

ກອງປະຊຸມຄະນະຮັບຜິດຊອບການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ

Image

ກອງປະຊຸມປຶກສາຫາລືຫາວີທີແກ້ໄຂ ປະຊາຊົນມົ້ງຫວຽດນາມ 90 ຄອບຄົວ ທີ່ຍົກຍ້າຍມາແບບຜິດກົດໝາຍ

+

ກອງປະຊຸມປຶກສາຫາລືຫາວີທີແກ້ໄຂ ປະຊາຊົນມົ້ງຫວຽດນາມ 90 ຄອບຄົວ ທີ່ຍົກຍ້າຍມາແບບຜິດກົດໝາຍ

Image

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ເປັນປະທານເປີດກອງປະຊຸມທົດລອງການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຼນິກ ຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ

+

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປັນປະທານເປີດກອງປະຊຸມທົດລອງການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານເອເລັກໂຕຼນິກ ຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ

Image

ກົມ 509 ເປີດພິທີຝຶກອົບຮົມເຊື່ອມຊຶມເອກະສານການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອັກໂຕຣນິກ

+

ກົມ 509 ເປີດພິທີຝຶກອົບຮົມເຊື່ອມຊຶມເອກະສານການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອັກໂຕຣນິກ

Image

ພິທີເປີດການຝຶກອົບຮົມການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້່າງຮາກຖານເປີດການຝຶກອົບຮົມການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ

Image

ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ509ລົງຕິດຕາມການຝຶກອົບຮົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ອອກບັດປະຈຳຕົວ ກົມ 509

+

ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ509ລົງຕິດຕາມການຝຶກອົບຮົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ອອກບັດປະຈຳຕົວ ກົມ 509