ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການເຄື່ອນໄຫວກິດຈະກຳຕ່າງໆ

Image

ຫົວໜ້າກອງກໍ່ສ້າງຮາກຖານຖານ 917 ລົງເຄື່ອນໄຫວຢ້ຽມຢາມ ພະນັກງານຮາກຖານ ປະຈໍາບ້ານ ບ້ານຫ້ວຍກະຊະ ເມືອງຫີນບູນ ແຂວງ ຄໍາມ່ວນ

+

ທ່ານ ພັທ ສີສຸພັນ ແສງວົງໄຊ ຫົວໜ້າກອງກໍ່ສ້າງຮາກຖານ 917 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ລົງຊຸກຍູ້ວຽກງານຢູ່ ຫ້ອງການບ້ານ ຫ້ວຍກະຊະ ເມືອງຫີນບູນ ແຂວງ ຄຳມ່ວນ ໃຫ້ການຕ້ອນຮັບໂດຍ ອໍານາດການປົກຄອງບ້ານ

Image

ພິທີປະກາດຍົກຍ້າຍ, ຊັບຊ້ອນ ແຕ່ງຕັ້ງພະນັກງານ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງໃຫ້ນາຍ-ພົນຕໍາຫຼວດ ທີ່ຂື້ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

Image

ກອງກໍ່ສ້າງຮາກຖານ 914 ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ

+

ກອງກໍ່ສ້າງຮາກຖານ 914ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ໂດຍເປັນປະທານຂອງ ສະຫາຍ ພັທ ຫັດສະດີ ສີລິວົງ ເລຂາໜ່ວຍພັກ, ຫົວໜ້າກອງກໍ່ສ້າງຮາກຖານ 914, ມີສະມາຊິກພັກສົມບູນເຂົ້າຮ່ວມເຂົ້າຢ່າງພ້ອມພຽງ.

Image

ກອງກໍ່ສ້າງຮາກຖານ 915 ແລະ ກອງປະຕິບັດງານ 210 ພົບປະ, ຖອດຖອນແລກປ່ຽນບົດຮຽນ ປະຈໍາປີ 2026.

+

ໃນຕອນເຊົ້າວັນທີ 22 ເມສາ 2026 ຜ່ານມາທີ່ຫ້ອງການກອງປະຕິບັດງານ 210, ກອງກໍ່ສ້າງຮາກຖານການເມືອງ 915 ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກອງປະຕິບັດງານ 210 ຂອງກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມພົບປະ, ຖອດຖອນແລກປ່ຽນບົດຮຽນວຽກງານກໍ່ສ້າງຮາກຖານ ປະຈຳປີ 2026

Image

ແຈ້ງການ ເລື່ອງ: ບໍລິການຈັດສົ່ງບັດປະຈໍາຕົວດີຈິຕ້ອນ ຂອງທ່ານເຖິງເຮືອນ

+

ແຈ້ງການ ເຖິງ: ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທີ່ນັບຖື. ເລື່ອງ: ບໍລິການຈັດສົ່ງບັດປະຈໍາຕົວດີຈິຕ້ອນ ຂອງທ່ານເຖິງເຮືອນ

Image

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ໄລຍະແຕ່ປີ 2015-2026 ຂອງກອງກໍ່ສ້າງຮາກຖານການເມືອງ 922 ປະຈໍາຢູ່ ເມືອງສົບເບົາ ແຂວງຫົວພັນ

+

ກອງ 922 ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ໄລຍະ 12 ປີ (2015-2026) ໃຫ້ກຽດເປັນປະທານໂດຍ ທ່ານ ພອນສຸກ ອິນທະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການພັກແຂວງຫົວພັນ, ມີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາພັກກົມ ຫົວໜ້າກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ຄຳຟອງ ກົ້ວມີໄຊ ກໍາມະການພັກແຂວງ-ເລຂາພັກເມືອງ

Image

ຄະນະພັກກົມ 509 ພ້ອມດ້ວຍຄະນະອວຍພອນ ຮອງລັດຖະມົນຕີກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ຄົບຮອບ 65 ປີ

+

ຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ທ່ານ ພັອ ສົມສະນິດຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົຕ ແອນ ອຸ່ນອານົງນຸດ ຫົວໜ້າກົມໃຫຍ່ສັນຕິບານ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

Image

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າອວຍພອນ ຮອງ ລມຕ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ

+

ຕອນບ່າຍວັນທີ 13 ເມສາ 2026 ນີ້, ຄະນະພັກ, ຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທ່ານ ພົຕ ໜູຈອນ ກ້ອນທອງດໍາ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 - 5 ເມສາ 2026 ).

Image

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ພ້ອມຄະນະ ໄດ້ເອົາກະຕ່າຂອງຂວັນ ເຂົ້າອວຍພອນທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

+

ໃນວັນທີ 13 ເມສາ 2026 ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ, ທ່ານ ພົທ ວັນທອງ ກອງມະນີ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ

Image

ການນຳກົມ 509 ນຳກະຕ່າຂອງຂັວນ ເຂົ້າອວຍພອນຮອງລັດຖະມົນຕີ ກະຊວງ ປກສ

+

ທ່ານ ພັອ ທອງຂັນ ສີສຸພັນທອງ ຄະນະພັກກົມ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕຳຫຼວດ

Image

ກົມ 509 ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

+

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ແລະ ປະກາດພະນັກງານພັກຜ່ອນຮັບອຸດໜຸນບຳນານ

Image

ກົມ 509 ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2025

+

ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ໂດຍການເປັນປະທານ ຂອງ ສະຫາຍ ພົຈວ ແກ່ນຈັນ ພົມະຈັກ ຄະນະພັກກະຊວງ ເລຂາພັກກົມ