ພິທີຝືກອົບຮົມກ່ຽວກັບການຝຶກອົບຮົມອຸປະກອນເຕັກນິກສະເພາະໃຫ້ພະນັກງານສູນກາງ ແລະ ທ້ອງຖິ່ນ ຊຸດທີ 2
ໃນວັນທີ 5 ທັນວາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີຝືກອົບຮົມກ່ຽວກັບອຸປະກອນເຕັກນິກສະເພາະໃຫ້ພະນັກງານສູນກາງ ແລະ ທ້ອງຖິ່ນ ຊຸດທີ 2 ໂດຍການເຂົ້າເປັນປະທານຂອງ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ແລະ ພະນັກງານຈາກນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈຳນວນ 8 ແຂວງເຂົ້າຮ່ວມ.

ພັທ ບົວໄລ ເພັດສົມພອນ ຫົວໜ້າສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ຮູ້ວ່າ: ຈຸດປະສົງຂອງການຝຶກອົບຮົມເພື່ອຮັບປະກັນນັກຝຶກອົບຮົມມີຄວາມຮູ້, ຄວາມສາມາດ ເຂົ້າໃຈເຖິງຄຸນລັກສະນະ, ໂຄງສ້າງ ແລະ ຫຼັກການເຮັດວຽກຂອງອຸປະກອນພິເສດຢ່າງ ເລິກເຊິ່ງໃຫ້ຮູ້ການໃຊ້ງານອຸປະກອນຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ສາມາດນໍາໃຊ້ ອຸປະກອນໄດ້ຢ່າງຄ່ອງແຄ້ວ, ສ້າງຄວາມຊໍານານໃນການບໍາລຸງຮັກສາ ແລະ ແກ້ໄຂຂໍ້ຂັດຂ້ອງໃນວຽກງານຕົວຈິງ ເພື່ອເພີ່ມອາຍຸການນໍາໃຊ້ ງານໃຫ້ຫຼາຍຂຶ້ນ; ເພື່ອພັດທະນາຄວາມສາມາດວິເຄາະ ແລະ ແກ້ໄຂບັນຫາສະເພາະໜ້າ ຖ້າຫາກອຸປະກອນເກີດການຂັດຂ້ອງ.

ການຝຶກອົບຮົມໃນຄັ້ງນີ້ ມີພະນັກງານຈາກນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນ 8 ແຂວງ ທັງໝົດ 88 ສະຫາຍ, ຍີງ 7 ສະຫາຍ ແລະ ເນື້ອໃນທີ່ນໍາມາຝຶກອົບຮົມໂດຍແບ່ງອອກເປັນ 3 ພາກຄື: ພາກທິດສະດີ: ຮຽນຮູ້ກ່ຽວກັບໂຄງສ້າງ, ຄຸນລັກສະນະເຕັກນິກ ແລະ ມາດຕະຖານຄວາມປອດໄພ; ພາກປະຕິບັດ: ການປະກອບຕິດຕັ້ງ, ການທົດລອງນໍາໃຊ້ຕົວຈິງ ແລະ ການແກ້ໄຂບັນຫາເບື້ອງຕົ້ນ; ການປະເມີນຜົນ: ການສອບເສັງວັດລະດັບຄວາມຮູ້ຫຼັງການຝຶກອົບຮົມ.

ການຝືກອົບຮົມວຽກງານດັ່ງກ່າວ ແມ່ນໄດ້ດໍາເນີນເປັນເວລາ 01 ວັນ, ເຊີ່ງເຫັນໄດ້ວ່ານັກຝືກອົບຮົມແມ່ນມີຄວາມເອົາໃຈໃສ່, ອຸປະກອນທີ່ນໍາມາຝຶກມີຄວາມທັນສະໄໝ ແລະ ພຽງພໍ, ຄູຝຶກມີປະສົບການຖ່າຍທອດຄວາມຮູ້ໄດ້ດີ ແລະ ສາມາດປະເມີນໄດ້ຄື: ການຈັດຝຶກອົບຮົມ: ສາມາດປະເມີນໄດ້ປະເພດດີຫຼາຍໄດ້ 80%, ປະເພດດີ 10%, ພໍໃຊ້ 10 %, ເນື່ອໃນການຝຶກອົບຮົມ: ປະເພດດີຫຼາຍ 90%, ດີ 10%, ວິທີການສອນ, ວິທີການຝຶກ: ດີຫຼາຍ 70%, ດີ 20%, ພໍໃຊ້ 10%, ຜົນການນໍາໃຊ້ອຸປະກອນເຕັກນິກ: ເຂົ້າໃຈຫຼາຍ 30%, ເຂົ້າໃຈ 50%, ພໍເຂົ້າໃຈ 20%,