ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ຂອງ ກອງກໍ່ສ້າງຮາກຖານ 917

 

Photoໃນວັນທີ 23 ພະຈິກ 2026 ກອງກໍ່ສ້າງຮາກຖານ 917 ໄດ້ເຊື່ອມຊຶມຜົນສໍາເລັດກອງປະຊຸມວຽກງານພັກ-ວຽກງານການເມືອງ ທົ່ວກໍາລັງປ້ອງກັນຄວາມສະຫງົບ ຄັ້ງທີ VI ເປັນປະທານ ແລະ ເຜີຍແຜ່ໂດຍ ພັອ ສີສຸພັນ ແສງວົງໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າກອງກໍ່ສ້າງຮາກຖານ 917, ມີຄະນະໜ່ວຍພັກ ແລະ ສະມາຊິກພັກທັງໝົດເຂົ້າຮ່ວມ.

Photoໃນພິທີ ພັອ ສີສຸພັນ ແສງວົງໄຊ ກ່າວວ່າ: ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ມີ ບົດຄໍາເຫັນໂອ້ລົມ ຂອງເລາຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ບົດຄໍາເຫັນໂອ້ລົມຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕໍ່ກອງປະຊຸມວຽກງານພັກ-ວຽກງານການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບ ຄັ້ງທີ VI, ມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII, ມະຕິກອງປະຊຸມວຽກງານວຽກງານພັກ-ວຽກງານການເມືອງ ທົ່ວກໍາລັງປ້ອງກັນຄວາມສະຫງົບ ຄັ້ງທີ VI, ມະຕິຕົກລົງວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ( ສະບັບປັບປຸງ ), ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່        ( ສະບັບປັບປຸງ ), ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026.

ກPhotoານເຜີຍແຜ່ເຊື່ອມຊຶມບັນດາເອກະສານດັ່ງກ່າວລ້ວນແຕ່ມີຄວາມໝາຍຄວາມສໍາຄັນ ເພື່ອແນ່ໃສ່ເຮັດໃຫ້ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ເວົ້າສະເພາະກອງກໍ່ສ້າງຮາກຖານ 917 ໄດ້ເຊື່ອມຊຶມກໍາແໜ້ນ, ພ້ອມທັງນໍາເອົາເນື້ອໃນຈິດໃຈທີ່ເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາກົມກອງ ແລະ ວຽກງານຈັດຕັ້ງ-ກໍ່ສ້າງພັກໃນໄລຍະໃໝ່ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.