ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ບໍລິສັດ ທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ ມອບເຄື່ອງໃຫ້ກົມ 509

ວັນທີ 8 ຕຸລາ 2024 ທີ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ ໄດ້ນຳເອົາເຄື່ອງມາມອບໃຫ້ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ກ່າວມອບໂດຍ ທ່ານ ສົມບູນ ເນຕິບັນດິດ ປະທານບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ ພ້ອມຄະນະ, ກ່າວຮັບໂດຍ ທ່ານ ພຈົວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະ.

         ທ່ານ ສົມບູນ ເນຕິບັນດິດ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ເງິນສົດ 5,000,000ກີບ ແລະ ນໍ້າດື່ມ ຈຳນວນ 100 ແພັກ, ເພື່ອຊຸກຍູ້, ຊ່ວຍເຫຼືອບັນດາເຈົ້າໜ້າທີ່ທີ່ເຮັດໜ້າທີ່ປ້ອງກັນຢູ່ຈຸດຕ່າງໆ ພາຍໃນນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານ ພຈົວ ແກ່ນຈັນ ພົມມະຈັກ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະນໍາກົມ ກ່າວສະແດງຄວາມຂອບໃຈ ມາຍັງ ບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ, ເຊິ່ງເຄື່ອງຈໍານວນດັ່ງກ່າວ ຈະໄດ້ນຳໄປແຈກຢາຍໃຫ້ບັນດາກຳລັງທີ່ລົງປະຕິບັດວຽກງານ ໃຫ້ທົ່ວເຖິງ.

ພ້ອມນີ້, ທ່ານຍັງໄດ້ກ່າວອວຍພອນໄຊອັນປະເສີດມາຍັງທ່ານປະທານບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ ຕະຫຼອດຮອດພະນັກງານພາຍໃນບໍລິສັດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ພັດທະນາບໍລິສັດ ໃຫ້ຈະເລີນຮຸ່ງເຮືອງ ແລະ ພ້ອມກັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ໃຫ້ມີຄວາມສະຫງົບ ແລະ ປອດໄພ.