ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນ ແລະ ມອບໃບຍ້ອງຍໍຊົມເຊີຍ

ໃນວັນທີ 21 ຕຸລາ 2026, ທີ່ຫ້ອງປະຊຸມວີໄອພີ (VIP) ຊັ້ນ 2, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນຂຶ້ນຢ່າງເປັນທາງການ ໂດຍ  ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນປະທານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບັນດາພາກສ່ວນທີ່ໄດ້ນຳເອົາອາວຸດປືນົ່ມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີລາຍລະອຽດດັ່ງລຸ່ມນີ້:

  1. Photoທ່ານ ຄໍາໄຫຼ ອິນຍູທາ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 2 ບັ້ງ, ລູກປືນ 16 ລູກ ແລະ ປືນຍາວ ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ, ລູກປືນ 8 ລູກ.
  2. Photo
  3. ທ່ານ ວັນແກ້ວ ວິຈິດວົງສາ ມອບອາວຸດປືນສັ້ນ ຈໍານວນ 1 ກະບອກ, ບັ້ງປືນ 1 ບັ້ງ ແລະ ບັດອະນຸຍາດຖືປືນ 1 ໃບ.

ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນຳສົ່ງມອບຕໍ່ໃຫ້ສາງອາວຸດຍຸດໂທປະກອນ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ເພື່ອເປັນຫຼັກຖານ ແລະ ເກັບກຳຂື້ນສະຖິຕິ.

ໃນໂອກາດນີ້, ທ່ານ ພັອ ລີຊວາ ໄຊຍະຊ່າງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ມອບໃບຊົມເຊີຍໃຫ້ແກ່ ທ່ານ ຄໍາໄຫຼ ອິນຍູທາ ແລະ ທ່ານ ວັນແກ້ວ ວິຈິດວົງສາ ທີ່ນຳເອົາອາວຸດປືນມາມອບໃຫ້ໃນຄັ້ງນີ້, ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ຄວາມຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີໃນການນຳເອົາອາວຸດປືນມາມອບໃຫ້ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.