ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນ ແລະ ມອບໃບຍ້ອງຍໍຊົມເຊີຍໃຫ້ຜູ້ທີ່ມີສ່ວນຮ່ວມ

 

ໃນວັນທີ 20 ຕຸລາ 2026, ທີ່ຫ້ອງປະຊຸມວີໄອພີ (VIP) ຊັ້ນ 2, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບອາວຸດປືນຂຶ້ນຢ່າງເປັນທາງການ ໂດຍ  ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນປະທານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບັນດາພາກສ່ວນທີ່ໄດ້ນຳເອົາອາວຸດປືນົ່ມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີລາຍລະອຽດດັ່ງລຸ່ມນີ້:

  1. ທ່ານ ປານຄຳ ຫານສັກດາ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 1 ບັ້ງ, ລູກປືນ 7 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ.
  2. ທ່ານ ທອງສີ ມັງໜໍ່ເມກ ຕາງໜ້າມອບແທນ ທ່ານ ບຸນໂອ ນວນນະວົງ ມອບອາວຸດປືນສັ້ນ, ບັ້ງປືນ 1 ບັ້ງ, ລູກປືນ 13 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ.
  3. ທ່ານ ສີຄອນ ອິນທະວົງ ຕາງໜ້າມອບແທນ ທ່ານ ທອນຄຳ ອິນທະວົງ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 1 ບັ້ງ, ລູກປືນ 3 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ.
  4. Photoທ່ານ ແສງສະຫວັນ ສິງທະວີຄູນ ມອບອາວຸດປືນສັ້ນ ຈຳນວນ 1 ກະບອກ, ບັ້ງປືນ 1 ບັ້ງ, ລູກປືນ 4 ລູກ ແລະ ບັດອະນຸຍາດຖືປືນ 1 ໃບ.

ອາວຸດປືນ ແລະ ລູກປືນດັ່ງກ່າວ ແມ່ນມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຜູ້ຄຸ້ມຄອງ ແລະ ນຳສົ່ງມອບຕໍ່ໃຫ້ສາງອາວຸດຍຸດໂທປະກອນ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ, ພ້ອມທັງໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ເພື່ອເປັນຫຼັກຖານ ແລະ ເກັບກຳຂື້ນສະຖິຕິ.

ໃນໂອກາດນີ້, ທ່ານ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ມອບໃບຊົມເຊີຍໃຫ້ແກ່ບັນດາພາກສ່ວນທີ່ນຳເອົາອາວຸດປືນມາມອບໃຫ້ໃນຄັ້ງນີ້, ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ຄວາມຕື່ນຕົວ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີໃນການນຳເອົາອາວຸດປືນມາມອບໃຫ້ເຈົ້າໜ້າທີ່, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.