ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດກອງປະຊຸມເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ, ມອບ-ຮັບອາວຸດ ແລະ ວັດຖຸລະເບີດ
ໃນວັນທີ 27 ຕຸລາ 2026, ຢູ່ທີ່ສະຖານທູດ ສສ ຫວຽດນາມ ປະຈຳ ສ ປປລາວ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ, ມອບ-ຮັບອາວຸດ, ວັດຖຸລະເບີດ ໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍ
ທ່ານ ຫງວຽນ ມິນ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ,
ມີ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານມີຄະນະປະຈຳສະຖານທູດ, ພາກສ່ວນທີ່ກ່ຽວຂ້ອງຈາກ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.
ກອງປະຊຸມຈັດຂຶ້ນເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ແນໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຈາກການນຳໃຊ້ອາວຸດໂດຍບໍ່ໄດ້ຮັບອະນຸຍາດ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງປະເທດຊາດ, ໃນໂອກາດດັ່ງກ່າວທ່ານ ພັອ ສົມສະນິດ ຈັນທະວົງ ໄດ້ເຜີຍແຜ່ເນື້ອໃນ ແລະ ຂໍ້ກຳນົດທີ່ສຳຄັນ ໃຫ້ຮູ້ວ່າ: ການກຳນົດເວລາການຮັບມອບ-ສົ່ງອາວຸດແມ່ນເລີ່ມແຕ່ວັນທີ 16 ສິງຫາ 2026 ເຖິງວັນທີ 31 ຕຸລາ 2026, ຖ້າກາຍກຳນົດວັນດັ່ງກ່າວແລ້ວເຈົ້າໜ້າທີ່ກວດພົບເຫັນຈະຖືກດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ຍັງມີນະໂຍບາຍຜ່ອນຜັນສຳລັບບຸກຄົນ ຫຼື ອົງການຈັດຕັ້ງໃດທີ່ມີຈິດໃຈສະໝັກໃຈນຳເອົາອາວຸດ ຫຼື ວັດຖຸລະເບີດມາສົ່ງມອບໃຫ້ເຈົ້າໜ້າທີ່ພາຍໃນກຳນົດເວລາດັ່ງກ່າວ ໂດຍຈະບໍ່ຖືກດຳເນີນຄະດີຕາມກົດໝາຍ.
ພ້ອມນັ້ນ, ທາງກອງປະຊຸມຍັງໄດ້ເນັ້ນໜັກເຖິງບັນດາຂໍ້ຫ້າມໃນການຫ້າມຄອບຄອງ, ນຳໃຊ້, ມອບ-ຮັບ, ໂອນສິດ ຫຼື ຊື້-ຂາຍ ອາວຸດ ແລະ ວັດຖຸລະເບີດຜິດກົດໝາຍຢ່າງເດັດຂາດ ພ້ອມທັງຢຸດການອອກໃບອະນຸຍາດໃຫ້ນຳໃຊ້ປືນກິລາ ແລະ ປືນລ່າເນື້ອທຸກປະເພດ ແລະ ໄດ້ເນັ້ນຕື່ມອີກວ່າຄົນຕ່າງປະເທດ, ຄົນຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ປະຊາຊົນຫວຽດນາມ ທີ່ດຳລົງຊີວິດຢູ່ ສປປ ລາວ ຕ້ອງມີພັນທະເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດຄືກັນກັບພົນລະເມືອງລາວ, ສຳລັບສະຖານທີ່ຮັບມອບສົ່ງແມ່ນສາມາດນຳໄປມອບໄດ້ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປກສ ນະຄອນຫຼວງ, ແຂວງ ຫຼື ກອງບັນຊາການ ປກສ ເມືອງ, ນະຄອນ ທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຄົມຊາວຫວຽດນາມ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ສົນທະນາຢ່າງກົງໄປກົງມາ ພ້ອມທັງຕັ້ງຄຳຖາມເຈາະຈີ້ມກ່ຽວກັບຂໍ້ຂ້ອງໃຈ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ,ຈາກນັ້ນ, ທ່ານ ຫງວຽນ ມິນ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ກຽດກ່າວ ໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນໜັກໃຫ້ປະຊາຊົນຫວຽດນາມທຸກຄົນ ຈົ່ງສືບຕໍ່ເຊີດຊູສະຕິຕື່ນຕົວ, ເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອປະກອບສ່ວນຮັກສາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.