ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະກາດດັດແປງຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ

ໃນພິທີ, ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 4611/ປກສ, ລົງວັນທີ 08 ຕຸລາ 2026; ໃນນີ້, ດັດແປງຊັ້ນ ສິບໂທ ຂຶ້ນເປັນ ຮ້ອຍຕີ ຈຳນວນ 19 ສະຫາຍ ຍິງ 08 ສະຫາຍ; ຊັ້ນສິບໂທ ຂຶ້ນເປັນຊັ້ນ ວາທີຮ້ອຍຕີ ຈຳນວນ 11 ສະຫາຍ ຍິງ 5 ສະຫາຍໃຫ້ກຽດປະດັບຊັ້ນໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ໃນໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄວາມ ບຸກບືນສູ້ຊົນຂອງນາຍ ແລະ ພົນຕຳຫຼວດທຸກໆສະຫາຍ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຊັ້ນໃໝ່ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ ແລະ ພ້ອມກັນສຸມໃສ່ປະຕິບັດໜ້າທີ່ການເມືອງ ໂດຍສະເພາະແມ່ນວຽກງານຄຸ້ມຄອງສຳມະໂນຄົວ, ບັດປະຈຳຕົວ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ໄດ້ຮັບຜົນສຳເລັດ.