
ທ່ານພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ 509 ລົງຢ້ຽມຢາມ ແລະ ຊຸກຍຼ້ຊີ້ນຳວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງມີ 44-45
ໃນຄອນຄ່ຳ ຂອງວັນ 10 ຕຸລາ 2024 ທ່ານພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຢ້ຽມຢາມ ແລະ ຊຸກຍຼ້ຊີ້ນຳວຽກງານວິຊາສະເພາະໃຫ້ກຳລັງປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງມີ 44-45 ທີ່ປະຈຳຢູ່ແຕ່ລະຈຸບ້ານ.
ໃນໂອກາດທີ່ໄດ້ລົງມາເຄື່ອນກວດກາ ຢູ່ແຕ່ລະຈຸດປ້ອງກັນ ທ່ານຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະແຕ່ລະຈຸດປ້ອງກັນໂດຍຫຍໍ້ ໂດຍພື້ນຖານແລ້ວແຕ່ລະຈຸດປ້ອງກັນຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງນັບແຕ່ໄດ້ບັນຈຸກໍາລັງ ລົງມາຮອດມື້ນີ້ແມ່ນສາມາດຮັກສາໄດ້ຄວາມສະຫງົບ, ຄວາມປອດໄພຮອດດ້ານໄດ້ຮ້ອຍສ່ວນຮ້ອຍ.
+ ພ້ອມນີ້, ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແຕ່ລະຈຸດປ້ອງກັນທີ່ເຮັດໄດ້, ພ້ອມທັງເນັ້ນໜັກໃຫ້ແຕ່ລະຈຸດຕ້ອງເພີ່ມທະວີສືບຕໍ່ເອົາໃຈໃສ່ສຸມທຸກກໍາລັງແຮງເຂົ້າໃນການປ້ອງກັນກອງປະຊຸ ມສຸດຍອດອາຊຽນຄັ້ງທີ 44,45 ໃນຄັ້ງນີ້ໃຫ້ຮັບປະກັນໄດ້ຄວາມສະຫງົບຄວາມປອດໄພຮ້ອຍສ່ວນຮ້ອຍ ແລະ ມີຜົນສໍາເລັດອັນຈົບງາມ.

