
ພັອ ສີບຸນເຮືອງ ໄຊຍະເພັດ ນຳພາຄະນະຜູ້ແທນຈາກກົມເຊສູນຫົກ ແລະ ຊ່ຽວຊານຫວຽດ ເຂົ້າເຮັດວຽກກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ
ເພື່ອເຮັດໃຫ້ວຽກງານສ້າງຖານຂໍ້ມູນ ແລະ ຄຸ້ມຄອງພົນລະເມືອງຫັນເຂົ້າລະບົບດີຈີຕ້ອນເທື່ອລະກ້າວ ໃນຕອນບ່າຍຂອງວັນທີ 21 ຕຸລາ 2024 ທ່ານພັອສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະ ໄດ້ນຳພາ ທ່ານ ຫງວຽນ ຮວາງນາມ ຮອງ ສູນຂໍ້ມູນ, ກົມຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍສັງຄົມ C06 ກະຊວງ ປກສຫວຽດນາມ ພ້ອມດ້ວຍຄະນະ ແລະ ຊ່ຽນຊານຈາກ ສສ ຫວຽດນາມ ເຂົ້າຮ່ວມເຮັດວຽກຄຸ້ມຄອງພົນລະເມືອງກັບກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ໂດຍມີທ່ານ ວັນດີ ຈັນທະລີເດດ ຮອງກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ພ້ອມຄະນະໃຫ້ການຕ້ອນຮັບ.
ໃນການເຂົ້າເຮັດວຽກໃນຄັ້ງນີ້ທັງສາມຝ່າຍໄດ້ປຶກສາຄວາມເປັນໄປໄດ້ໃນການເຊື່ອມຕໍ່ໂອນຖ່າຍຂໍ້ມູນໃນການຄຸ້ມຄອງພົນລະເມືອງລະຫວ່າງກົມຄຸ້ມຄອງພົນລະເມືອງກະຊວງພາຍໃນເຂົ້າຖານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ກະຊວງປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ການຄຸ້ມຄອງພົນລະເມືອງມີຄວາມທັນສະໄໝຂື້ນກວ່າເກົ່າ

