ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພັອ ສີບຸນເຮືອງ ໄຊຍະເພັດ ນຳພາຄະນະຜູ້ແທນຈາກກົມເຊສູນຫົກ ແລະ ຊ່ຽວຊານຫວຽດ ເຂົ້າເຮັດວຽກກັບກົມນິຕິວິທະຍາສາດອາຍາ, ກະຊວງປ້ອງກັນຄວາມສະຫງົບ

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2024 ທ່ານ ພັອສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະ ໄດ້ນຳພາ ທ່ານ ຫງວຽນ ຮວາງນາມ ຮອງ ສູນຂໍ້ມູນ, ກົມຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍສັງຄົມ  C06  ກະຊວງ ປກສຫວຽດນາມ ພ້ອມດ້ວຍຄະນະ ແລະ ຊ່ຽນຊານຈາກ ສສ ຫວຽດນາມ ເຂົ້າຮ່ວມເຮັດວຽກຄຸ້ມຄອງພົນລະເມືອງກັບກົມນິຕິວິທະຍາສາດອາຍາ, ກະຊວງປ້ອງກັນຄວາມສະຫງົບ ໂດຍມີທ່ານ ພັອ ປອ ດວງຈັນ ບຸນມີໄຊ ຫົວໜ້າກົມນິຕິວິທະຍາສາດອາຍາ ພ້ອມຄະນະໃຫ້ການຕ້ອນຮັບ.

ການລົງມາເຮັດວຽກໃນຄັ້ງນີ້ເພື່ອປຶກສາຫາລືດ້ານວຽກງານນິຕິວິທະຍາກ່ຽວກັບການເກັບລາຍນິ້ວມື, ການຄຸ້ມຄອງເປົ້າອາດສະຍາກຳຕ່າງໆເປັນຕົ້ນ: ຄະນະເຮັດວຽກກັບກົມນິຕິວິທະຍາ ກົມໃຫ່ຍຕໍາຫຼວດ ກ່ຽວກັບລາຍນີ້ວມືຢູ່ເຫດການ, ຜູ້ຕ້ອງຫາ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ