
ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ509ລົງຕິດຕາມການຝຶກອົບຮົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ອອກບັດປະຈຳຕົວ ກົມ 509
ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຕິດຕາມກວດກາການຝຶກອົບຮົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ອອກບັດປະຈຳຕົວ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ໃນຕອນເຊົ້າຂອງວັນທີ 24 ຕຸລາ 2024 ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຕິດຕາມ, ກວດກາ ການຝຶກອົບຮົມໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ອອກບັດປະຈຳຕົວປະຊາຊົນລາວ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍມີ ຄະນະກົມ, ພະແນກທີ່ກ່ຽວຂ້ອງ, ຄູອາຈານຄະນະຊ່ຽວຊານຫວຽດນາມ ແລະ ນັກສຳມະນາກອນຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 10 ສະຫາຍ.
ໂດຍການຝຶກອົບຮົມໃນຄັ້ງນີ້ນັກສຳມະນາກອນໄດ້ລົງມືປະຕິບັດໂຕຈິງໃນການນຳໃຊ້ຊອບແວ, ການສ້າງຖານຂໍ້ມູນພົນລະເມືອງ, ການປ້ອນຂໍ້ມູນພົນລະເມືອງເຂົ້າໃນລະບົບຖານຂໍ້ມູນ ເພື່ອສ້າງໃຫ້ໄດ້ວິຊາການທີ່ມີຄວາມຮູ້ຄວາມສາມາດ, ສາມາດນຳໄປຈັດຕັ້ງປະຕິບັດໃນວຽກງານໂຕຈິງ ແລະ ນຳໄປຜັນຂະຫຍາຍໃຫ້ແກ່ພະນັກງານທີ່ເຮັດວຽກງານວິຊາສະເພາະໂຕຈິງຢູ່ບັນດາ ປກສ ແຂວງ, ປກສ ເມືອງ ໃນຂອບເຂດທົ່ວປະເທດ.

