ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເປີດການຝຶກອົບຮົມການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ

                             ໃນວັນທີ 28 ຕຸລາ 2024 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເປີດຝຶກອົບຮົມການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານເອເລັກໂຕຣນິກ ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຮອງກົມ, ຄະນະຮັບຜິດຊອບ ແລະ ສໍາມະນາກອນ ຈໍານວນ 92 ສະຫາຍຈາກກົມ, ປກສ ນະຄອນຫຼວງ, ແຂວງ ແລະ ປກສ ເມືອງ ໃນທົ່ວປະເທດເຂົ້າຮ່ວມ.
ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ກໍ່ເພື່ອໃຫ້ປະເທດເຮົາກ້າວທັນກັບຍຸກເຕັກໂນໂລຊີ 4.0, ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ        ໄດ້ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາມີບົດບາດສໍາຄັນ ໃນທຸກຂົງເຂດວຽກງານຂອງການພັດທະນາບໍ່ວ່າຈະເປັນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຂະແໜງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ສາທາລະນະສຸກ ແລະ ຂະແໜງການອື່ນໆກໍ່ໄດ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນເຄື່ອງມືຮັບໃຊ້ທີ່ສຳຄັນ ເພື່ອຄຸ້ມຄອງບໍລິຫານວຽກງານວິຊາສະເພາະໃນຂະແໜງຂອງຕົນ.
ສະນັ້ນເພື່ອເຮັດວຽກງານຕິດຕາມ, ກວດກາ, ຄຸ້ມຄອງການເຄື່ອນໄຫວ, ການເໜັງຕີງຂອງພົນລະເມືອງ, ລວມໄປເຖິງວຽກງານຕິດຕາມກວດກາ ຄຸ້ມຄອງການປະກອບອາຊີບຂອງພົນລະເມືອງ ມີປະສິດທິຜົນສູງ, ມີຄວາມວ່ອງໄວທັນສະໄໝ ຈຳເປັນຕ້ອງໄດ້ຫັນເອົາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາມີບົດບາດສຳຄັນໃນການຄຸ້ມຄອງຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບດີຈີຕ໋ອນ.
ການຝຶກອົບຮົມຄັ້ງນີ້ນັກສຳມະນາກອນຈະໄດ້ອົບຮົມການນຳໃຊ້ຊອບແວ, ຂັ້ນຕອນການຫົນປ່ຽນຂໍ້ມູນ, ການສ້າງຊ່ອງບັນທຶກ ແລະ ຫັນປ່ຽນຂໍ້ມູນ, ຂັ້ນຕອນແກ້ໄຂຂໍ້ມູນຫຼັງຈາກການຫັນປ່ຽນ, ຂັ້ນຕອນການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ, ການເກັບກໍາຂໍ້ມູນ, ການຄົ້ນຫາ ແລະ ການລາຍງານສະທິຕິ ເຊິ່ງການຝຶກອົບຮົມດັ່ງກ່າວຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 28 ຫາ ວັນທີ 29 ຕຸລາ ຈິ່ງຈະສຳເລັດ.