
ກອງປະຊຸມປຶກສາຫາລືຫາວີທີແກ້ໄຂ ປະຊາຊົນມົ້ງຫວຽດນາມ 90 ຄອບຄົວ ທີ່ຍົກຍ້າຍມາແບບຜິດກົດໝາຍ
ໃນວັນທີ 7 ພະຈິກ 2024 ທີ່ຫ້ອງປະຊຸມກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມ ປຶກສາຫາລືຫາແນວທາງແກ້ໄຂປະຊາຊົນມົ້ງຫວຽດນາມ ຈຳນວນ 90 ຄອບຄົວ ທີ່ຍົກຍ້າຍມາຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຕ່າງໜ້າຈາກກົມຄຸ້ມຄອງຄົນຕ່າງປະເທດ, ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ຫ້ອງວ່າການ ກະຊວງປ້ອງກັນຄສາມສະຫົງບ, ກະຊວງຍຸດຕິທໍາ, ກະຊວງພາຍໃນ, ກະຊວງການຕ່າງປະເທດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ພະແນກວິຊາສະເພາະທີ່ກ່ຽວຂ້ອງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າຮ່ວມ.
ເພື່ອຄົ້ນຄວ້າປຶກສາຫາລື ເພື່ອຊອກຫາວິທີ່ແກ້ໄຂ ປະຊາຊົນເຜົ່າມົ້ງ ຈຳນວນ 90 ຄອບຄົວ ທີ່ຍົກຍ້າຍມາຢູ່ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ, ແນ່ໃສ່ອຳນວຍຄວາມສະດວກ ເພື່ອເຮັດໃຫ້ປະຊາຊົນຜູ້ຍົກຍ້າຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງ ບໍ່ຖືກຕ້ອງຢູ່ບໍລິເວນຊາຍແດນໄດ້ຮັບການແກ້ໄຂ ໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ; ລົງສົມທົບກັບ ປກສ ເມືອງບໍລິຄັນ ກວດກາຂໍ້ມູນຕົວຈີງ ແລະ ເກັບກຳສະພາບຂໍ້ມູນການຂຽນເອກະສານຕ່າງໆຂອງປະຊາຊົນເຜົ່າມົ້ງ 90 ຄອບຄົວ, ຈຳນວນພົນ 724 ຄົນ, ຍິງ 381 ຄົນ ທີ່ຍົກຍ້າຍຕັ້ງພູມລຳເນົາ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມລະບຽບ ທີ່ເຂົ້າມາດຳລົງຊິວິດຢູ່ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊແມ່ນຍັງບໍ່ໄດ້ຮັບການແກ້ໄຂ ຍ້ອນເງື່ອນໄຂບ້ານລຽບຊາຍແດນ ຕາມຂໍ້ມູນໃນປີ 2022-2023 ມີຈຳນວນ 06 ບ້ານຄື: ບ້ານ ຜາໃດ ມີ 05 ຄອບຄົວ ຈໍານວນພົນ 37 ຄົນ, ຍິງ 20 ຄົນ, ບ້ານ ດົງ ມີ 01 ຄອບຄົວ ຈຳນວນພົນ 05 ຄົນ, ຍິງ 03 ຄົນ, ບ້ານ ນຳ້ເດັກມີ 11 ຄອບຄົວ ຈຳນວນພົນ 87 ຄົນ, ຍິງ 45 ຄົນ, ບ້ານ ສີສະຫວາດ ມີ 10 ຄອບຄົວ ຈໍານວນພົນ 68 ຄົນ, ຍິງ 36 ຄົນ, ບ້ານ ໂນນສົມບູນ ມີ 11 ຄອບຄົວ ຈຳນວນພົນ 05 ຄົນ, ຍິງ 02 ຄົນ, ບ້ານ ຜາເມືອງ ມີ 62 ຄອບຄົວ ຈຳນວນພົນ 552 ຄົນ, ຍິງ 0 ຄົນ

