ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມຄະນະຮັບຜິດຊອບການໂອນຖ່າຍສຳເນົາສຳມະໂນຄົວ

ໃນວັນທີ 8 ພະຈິກ 2024 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຈັດກອງປະຊຸມຄະນະຮັບຜິດຊອບການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ ຢູ່ທີ່ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໂດຍເປັນປະທານຂອງທ່ານ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕຳຫຼວດ, ມີຫົວໜ້າກົມໃຫຍ່ພະລາ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຮອງກົມ, ຄະນະພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ຜ່ານຂໍ້ຕົກລົງຄະນະຮັບຜິດຊອບການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕຣນິກໃນຂອບເຂດທົ່ວປະເທດ ເລກທີ 3065/ປກສ ລົງວັນທີ 05 ພະຈິກ 2024 ແລະ ຜ່ານແຜນການລົງຜັນຂະຫຍາຍການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກຢູ່ບັນດາກອງບັນຊາການ ແຂວງ, ປກສ ຂັ້ນ ເມືອງ/ນະຄອນ ໃນຂອບເຂດ ທົ່ວປະເທດ ໃນລະຫວ່າງ ວັນທີ 16 ພະຈິກ ຫາ 01 ທັນວາ 2024 ຈຸດປະສົງ ໃນການລົງເຮັດວຽກໃນຄັ້ງນີ້ແມ່ນ ເພື່ອຈັດຕັ້ງຜັນຂະຫຍາຍແຜນການກໍ່ສ້າງລະບົບຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ແກ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ, ພະນັກງານ ປກສ ແຂວງ, ປກສ ຂັ້ນເມືອງ/ນະຄອນ ໃນໄລຍະ 3 ປີ 2024 ຫາ 2026 ໃຫ້ເປັນຮູບປະທຳໃນວຽກງານຕົວຈິງ.

ໃນທ້າຍຂອງກອງປະຊຸມ ທ່ານ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ໃຫ້ທິດຊີ້ນຳກ່ຽວກັບການລົງເຮັດວຽກໃນຄັ້ງນີ້ ກ່ອນອື່ນທ່ານໄດ້ເຫັນດີຕາມຂໍ້ຕົກລົງ ແລະ ຍົກຍ້ອງຕໍ່ກັບ ບັນດາສະຫາຍທີ່ຈະລົງໄປເຮັດວຽກຢູ່ບັນດາ ປກສ ແຂວງ, ປກສ ຂັ້ນເມືອງ/ນະຄອນ ເຊິ່ງທ່ານ ໄດ້ຍົກສູງບັນຫາ ແລະ ຄວາມຈຳເປັນ ໃນການປະຕິບັດຕາມແຜນການຜັນຂະຫຍາຍການໂອນສຳເນົາສຳມະໂນຄົວ ເປັນກະສານຂໍ້ມູນເອເລັກໂຕຣນິກ ໃຫ້ໄດ້ຈັດຕັ້ງປະຕິບັດຕົວຈິງ ໂດຍໄດ້ມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ, ບັນດາ ປກສ ແຂວງ, ປກສ ຂັ້ນເມືອງ/ນະຄອນ ໃນທົ່ວປະເທດເປັນເຈົ້າການໃນການປະຕິບັດໃຫ້ສຳເລັດຕາມແຜນການ.