ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫຼຸບການຜັນຂະຫຍາຍການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອເລັກໂຕຣນິກຂອງກອງບັນຊາການ ປກສ ແຂວງໄຊຍະບູລີ

ຕອນເຊົ້າຂອງວັນທີ 30 ພະຈິກ 2024 ຢູ່ທີ່ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການໂອນຖ່າຍສຳເນົາສຳມະໂນຄົວ ເປັນເອເລັກໂຕຣນິກຢູ່ບັນດາເມືອງ  ໃນລະຫວ່າງວັນທີ 18-30 ພະຈິກ 2024 ຢູ່ທີ່ຫ້ອງປະຊຸມຂອງຫ້ອງສຳມະໂນຄົວ ແລະກໍ່ສ້າງຮາກຖານ, ໂດຍການເປັນປະທານຂອງ ພັທ ບຸນນັດ ແກ້ວອາລຸນ ຫົວໜ້າຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄຊຍະບູລີ ມີຄະນະຫ້ອງ, ຄະນະພະແນກ, ຄະນະຮັບຜິດຊອບຈາກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ພະນັກງານເຂົ້າຮ່ວມ.

          ພັທ ຄຳລາຍ ມີຈະເລີນ  ຮອງຫ້ອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານບົດສະຫຼຸບແຜນລົງປະຕິບັດການໂອນຖ່າຍສຳເນົາສຳມະໂນຄົວເປັນເອເລັກໂຕຣນິກໃນຄັ້ງນີ້ວ່າ ແຂວງໄຊຍະບູລີປະກອບມີ 11 ເມືອງ ມີ 73 ກຸ່ມບ້ານ ມີ 430 ບ້ານ; ມີ 88,299 ຫຼັງຄາເຮືອນ; ມີ 84,373 ຄອບຄົວ, ມີຈໍານວນພົນທັງໝົດ 434,550 ຄົນ, ຍິງ 214,027 ຄົນ; ອາຍຸ 15 ປີຂຶ້ນໄປ ມີ 335,333 ຄົນຍິງ 163,708 ຄົນ. ໄດ້ຈົດທະບຽນສໍາມະໂນຄົວແລ້ວ 84,373 ຄອບຄົວ ມີຈໍານວນພົນ 434,074 ຄົນ, ຍິງ 213,756 ຄົນ; ອາຍຸ 15 ປີຂຶ້ນໄປ ມີ 335,270 ຄົນ, ຍິງ 163,673 ຄົນ. ຍັງບໍ່ທັນໄດ້ຈົດທະບຽນສໍາມະໂນຄົວມີຈໍານວນພົນ 476 ຄົນ, ຍິງ 271 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 63 ຄົນ ຍິງ 35 ຄົນ. ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ PIM ຈໍານວນ 78,938 ຄອບຄົວ ມີຈໍານວນພົນ 408,382 ຄົນ, ຍິງ 200,873 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 312,175 ຄົນ, ຍິງ 157,390 ຄົນ.  ຍັງບໍ່ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ PIM ຈໍານວນ 5,435 ຄອບຄົວ ມີຈໍານວນພົນ 26,168 ຄົນ, ຍິງ 12.958 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 23,158 ຄົນ, ຍິງ 6,318 ຄົນ.

          ວຽກສະແກນສໍາເນົາເອກະສານສໍາມະໂນຄົວເຂົ້າໃນລະບົບ ໄດ້ສະແກນສໍາເນົາເອກະສານສໍາມະໂນຄົວເຂົ້າໃນລະບົບ ມີ 85 ບ້ານ, ມີ 586 ຫຼັງຄາເຮືອນ, ມີ 586 ຄອບຄົວ, ມີຈໍານວນພົນທັງໝົດ 2,912 ຄົນ, ຍິງ 1,455 ຄົນ; ອາຍຸ 15 ປີຂຶ້ນໄປ ມີ 2,350 ຄົນ, ຍິງ 156 ຄົນ. ວຽກປ້ອນຂໍໍ້ມູນເຂົ້າໃນລະບົບ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ ມີ 36 ບ້ານ, ມີ 237 ຫຼັງຄາເຮືອນ, ມີ 237 ຄອບຄົວ, ມີຈໍານວນພົນທັງໝົດ 1,189 ຄົນ, ຍິງ 615 ຄົນ; ອາຍຸ 15 ປີຂຶ້ນໄປ ມີ 1,016 ຄົນ, ຍິງ 477 ຄົນ. ວຽກໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ ໄດ້ໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ ມີ 55 ບ້ານ, ມີ 350 ຫຼັງຄາເຮືອນ, ມີ 350 ຄອບຄົວ, ມີຈໍານວນພົນທັງໝົດ 1,892 ຄົນ, ຍິງ 950 ຄົນ; ອາຍຸ 15 ປີຂຶ້ນໄປ ມີ 1,583 ຄົນ, ຍິງ 854 ຄົນ.

        ຕອນທ້າຍ ພັທ ບຸນນັດ ແກ້ວອາລຸນ ຫົວໜ້າຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄຊຍະບູລີ ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຄະນະທີມງານກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ທີ່ໄດ້ນໍາພາທີມງານລົງເຮັດວຽກຊ່ວຍ ປກສ ແຂວງ ແລະ ປກສ ເມືອງເກັບກໍາຂໍ້ມູນຢູ່ບັນດາເມືອງໃນໄລຍະແຕ່ທີ 18 ພະຈິກ ຫາ 30 ທັນວາ 2024  ຈົນມີຜົນສຳເລັດ ແລະ ຈະໄດ້ສືບຕໍ່ ຕິດຕາມຊຸກຍູ້ ໃຫ້ບັນດາກອງບັນຊາການ ປກສ ເມືອງ ສືບຕໍ່ການສະແກນ, ປ້ອນຂໍ້ມູນ ແລະ ໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານເອເລັກໂຕຣນິກ ເປັນປົກກະຕິ.