ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີ ປາຖະກະຖາ ວັນຊາດທີ່ 2 ທັນວາ ຄົບຮອບ 49 ປີ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີ ປາຖະກະຖາ ວັນຊາດທີ່ 2 ທັນວາ
ຄົບຮອບ 49 ປີ ໃນວັນທີ 3 ທັນວາ 2024 ໂດຍການການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ
ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະກົມ,
ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າໜ່ວຍງານ ຮອງໜ່ວຍງານ ອ້ອມຂ້າງກົມເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ
ແລະ ກໍ່ສ້າງຮາກຖານ ໄດ້ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ ໂດຍໄດ້ຍົກໃຫ້ເຫັນ
ມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາ
ພັດທະນາ ໂດຍສືບທອດມູນເຊື້ອ ອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ
ພາຍໃຕ້ການນຳ ພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກ
ຮານ ແລະ ການຄອບຄອງຂອງພວກຈັກກະພັດ ລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະ
ເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ
ໃນວັນທີ 2 ທັນວາ 1975, ຈາກການຕໍ່ສູ້ເສຍສະລະອັນໃຫຍ່ຫລວງ ຂອງປະຊາຊົນລາວ ບັນດາເຜົ່າ,
ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນ
ວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດ ແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ; ແມ່ນວັນທີ່
ປະຊາຊົນລາວ ບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່
ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີ
ຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນ
ແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ
ພາບ ວັດທະນະຖາວອນ.
ໃນໂອກາດດັ່ງກ່າວ ພັອ ນາງ ເຂັມຄຳ ໄຊະຍະເພັດ ຫົວໜ້າພະແນກການເມືອງໄດ້ຂື້ນຜ່ານຂໍ້
ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ ແລະ ປະດັບຊັ້ນໃຫ້
ນາຍຕຳຫຼວດ ກົມຄຸ້ມຄອງສຳະໂນຄົວ ແລະ ກໍ່ສ້າງຮາກຖານ ໃນນັ້ນເລື່ອນຊັ້ນ ພັນຕີ ຂື້ນຊັ້ນພັນໂທ
ຈຳນວນ 09 ສະຫາຍ, ຮ້ອຍເອກ ຂື້ນພັນຕີ 12 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 78 ສະຫາຍ, ຮ້ອຍຕີ
ຂື້ນ ຮ້ອຍໂທ 2 ສະຫາຍ. ໃຫ້ກຽດປະດັບຊັ້ນໂດຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າ
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ