ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຮອງກົມ 509 ລົງຊຸກຍູ້ວຽກງານຝຶກອົບຮົມຜູ້ໃຊ້ງານຊອບແວຣປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ

         ໃນ ວັນທີ 9 ພະຈິກ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້ຊີ້ນຳວຽກງານຝຶກອົບຮົມໃຫ້ຜູ້ໃຊ້ງານຊອບແວຣປຶ້ມສຳມະໂນຄົວ ແລະ ບັດປະຈຳຕົວ ຢູ່ ທີ່ ສະຖາບັນສາທາລະ ນະສຸກສາດ ແລະ ການແພດເຂດຮ້ອນ ມີ ວິທະຍາກອນ ກົມຄຸູ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ  ແລະ ບັນດາສຳມະນາກອນຈາກ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາ ປກສ ເມືອງ 9 ຕົວເມືອງ ເຂົ້າຮ່ວມ.

        ເຊິ່ງການຝຶກອົບຮົມໃນຄັ້ງນີ້ນັກສຳມະນາກອນຈະໄດ້ຮຽນຮູ້ ຂັ້ນຕອນໃນການສະແກນຂໍ້ມູນ, ປ້ອນຂໍ້ມູນ, ໂອນຖ່າຍຂໍ້ມູນພົນລະເມືອງເຂົ້າລະບົບຊອບແວຣຄອມພິວເຕີ້ ແລະ ອື່ນໆ. ການຝຶກອົບຮົມໃນຄັ້ງນີ້ມີສຳມະນາກອນ ຈຳນວນ 20 ສະຫາຍ ຍິງ 06 ສະຫາຍ  ຈາກ ປກສ ນະຄອນຫຼວງ ແລະ ບັນດາ ປກສ ເມືອງ 9 ຕົວເມືອງ ແລະ ຈະດຳເນີນການຝຶກອົບຮົມຕັ້ງແຕ່ ວັນທີ 9 ທັນວາ 2024 ຫາ ວັນທີ 20 ທັນວາ 2024.

         ພ້ອມນີ້ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ສຸ່ມໃສເຫື່ອແຮງ ເຂົ້້າຮ່ວມຝຶກອົບຮົມ ແລະ ໄດ້ເນັ້ນໜັກບັນດາສະຫາຍໃນການຝຶກອົບຮົມຄັ້ງນີ້ ຂໍໃຫ້ຜູ້ຝຶກອົບຮົມແຕ່ລະສະຫາຍເອົາໃຈໃສ່ໃນການຝຶກອົບຮົມ, ປະຕິບັດຕາມລະບຽບການ, ຄົ້ນຄົ້ວາສຶກສາອົບຮົມ, ເກັບກ່ຽວຄວາມຮູ້ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສູງສຸດ.