
ກົມ 509 ສ້າງຂະບວນການກິລາ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ III
ໃນວັນທີ 13 ທັນວາ 2024, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສ້າງຂະບວນການກິລາ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ III
ຂ່ຳນັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ, ເຂົ້າຮ່ວມໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ນັກກິລາພະແນກອ້ອມຂ້າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.
ພັອ ລຳໄພ ຍົດປະໄພ ຮອງຫົວໜ້າ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກ່າວເປີດຂວນການກິລາຢ່າງເປັນທາງການວ່າ: ການສ້າງຂະບວນການກິລາຄັ້ງນີ້ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງພັກຂອງຊາດ ໂດຍສະເພາະແມ່ນ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ III
ຂ່ຳນັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ, ຄົບຮອບ 104 ປີ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບລະ ຫວ່າງສະມາຊິກຊາວໜຸ່ມ, ແມ່ຍິງບັນດາຄະນະພັກ, ຄະນະນຳກໍຄື ນາຍ ແລະ ພົນຕໍາຫຼວດ ທົ່ວກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານດ້ວຍກັນ.
ກິລາທີ່ແຂ່ງຂັນໃນຄັ້ງນີ້ປະກອບມີ: ກິລາເປຕັງຊາຍ ມີ 18 ທີມ, ກິລາເປຕັງຍີງ ມີ 10 ທີມ,
ຜົນການແຂ່ງຂັນກິລາເປຕັງ ຊາຍ
* ອັນດັບທີ 1 ພະແນກອາຊີບພາຫະພິເສດ
* ອັນດັບທີ 2 ພະແນກ ປ້ອງກັນຄວາມສະຫງົບບ້ານ
* ອັນດັບ 3 ພະແນກສຳມະໂນຄົວຕ່າງດ້າວ
ກິລາເປຕັງ ຍີງ
* ອັນດັບທີ 1 ຫ້ອງການ
* ອັນດັບ 2 ພະແນກສຳມະໂນຄົວຕ່າງດ້າວ
* ອັນດັບ 3 ພະແນກປ້ອງກັນຄວາມສະຫງົບກຸ່ມບ້ານ

