
ກອງປະຊຸມຂອງຄະນະຮັບຜິດຊອບຂັ້ນກະຊວງ ປກສ ໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຮ່ວມກັບ ສສ ຫວຽດນາມ
ໃນວັນທີ 18 ທັນວາ 2024 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຂັ້ນກະຊວງ ປກສ ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ຮ່ວມກັບ ສສ ຫວຽດນາມ ຂື້ນ ໂດຍການເປັນປະທານຂອງທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງການຄວາມສະຫງົບ, ຜູ້ປະຈໍາການຊີ້ນໍາໂຄງການ, ມີຄະນະບັນຊາກະຊວງປ້ອງກັນຄວາມສະຫງົບ, ຫ້ອງວາການກະຊວງ, ກົມໃຫຍ່ການເມືອງ, ກົມໃຫຍ່ພາລາ ແລະ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໄລຍະທີ 1 ວ່າ: ພາຍຫຼັງໄດ້ໄດ້ເຊື່ອມຊຶມໂຄງການແລ້ວ, ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ປະສານສົມທົບຈັດຕັ້ງຜັນຂະຫຍາຍໂຄງການ ແລະ ມີຜົນສຳເລັດໃນຫຼາຍດ້ານເຊັ່ນ: ໄດ້ສຳເລັດການຕິດຕັ້ງລະບົບເຊີເວີທີ່ເປັນລະບົບແມ່ຂອງຖານຂໍ້ມູນ ແລະ ກວດກາການເຊື່ອມຕໍ່ລະຫວ່າງລະບົບ LAO PIM ກັບລະບົບຖ່າຍໂອນຖ່າຍຂໍ້ມູນ ແລະ ການຫັນຂໍ້ມູນເປັນເອກະສານເອເລັກໂຕນິກ. ໂອນຖານຂໍ້ມູນຈາກລະບົບ LAO PIM ມາເປັນຮູບແບບເນື້ອໃນຂໍ້ມູນ ແລະ ກໍານົດຖານຂໍ້ມູນສຳຮອງຢູ່ໃນຖານຂໍ້ມູນເກົ່າ. ຫຼັງຈາກນັ້ນ ຮັບປະກັນທຸກເງື່ອນໄຂທີ່ຈໍາເປັນເພື່ອຮັບປະກັນການໂອນຖ່າຍຖານຂໍ້ມູນຈາກລະບົບ LAO PIM; ກວດກາຂໍ້ມູນຈໍານວນພົນລະເມືອງທີ່ໄດ້ຈົດທະບຽນສໍາມະໂນຄົວສຳເລັດມີ 1.422.668 ຄອບຄົວ ໃນນີ້ໄດ້ປ້ອນຂໍ້ມູນສໍາມະໂນຄົວເຂົ້າໃນລະບົບ LAO PIMສໍາເລັດ ມີ 660,672 ຄອບຄົວ ຕີເປັນເປີເຊັນ 46% ແລະ ຍັງບໍ່ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ LAO PIM, ມີຈໍານວນ 761,996 ຄອບຄົວ ຕີເປັນເປີເຊັນ 54%. ແຂວງທີ່ປ້ອນຂໍ້ມູນເຂົ້າໃນລະບົບ LAOPIM ໄດ້ຫຼາຍກ່ວາໝູ່ແມ່ນແຂວງໄຊສົມບູນ ຕີເປັນເປີເຊັນ ໄດ້ 96% ຂອງຈຳນວນພົນລະເມືອງທີ່ຈົດທະບຽນສໍາມະໂນຄົວສຳເລັດພາຍໃນແຂວງ. ສ່ວນແຂວງທີ່ປ້ອນຂໍ້ມູນເຂົ້າໃນລະບົບ LAOPIM ໄດ້ໜ້ອຍກວ່າ 50% ຂອງພົນລະເມືອງທີ່ໄດ້ຈົດທະບຽນສຳມະໂນຄົວສຳເລັດພາຍໃນແຂວງຂອງຕົນ ລວມມີ 11 ແຂວງຄື: ແຂວງ ອັດຕະປື, ເຊກອງ, ສະຫວັນນະເຂດ, ອຸດົມໄຊ, ຫຼວງພະບາງ, ຄຳມ່ວນ, ບໍລິຄຳໄຊ, ສາລະວັນ, ຈຳປາສັກ, ຫົວພັນ ແລະ ຊຽງຂວາງ; ນັບແຕ່ວັນທີ 4 ພະຈີກ ຫາ 1 ທັນວາ 2024 ໄດ້ຈັດຕັ້ງປະຕິບັດການສະແກນສໍາເນົາສໍາມະໂນຄົວເຂົ້າໃນລະບົບ ໄດ້ 11,511 ຄອບຄົວ, ປ້ອນຂໍ້ມູນເຂົ້າໃນລະບົບ ໄດ້ 6,658 ຄອບຄົວ ແລະ ໄດ້ໂອນຖ່າຍສຳມະໂນຄົວເປັນເອກະສານເອເລັກໂຕຣນິກທົ່ວປະເທດ ໄດ້ 3,590 ຄອບຄົວ ແລະ ວຽກງານດັ່ງກ່າວຍັງດໍາເນີນເປັນປົກກະຕິຈົນກ່ວາຈະສໍາເລັດການໂອນຖ່າຍສໍາເນົາສໍາມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕຣນິກ ໃນຈຳນວນສຳນວນທັງໝົດທີ່ຕ້ອງໄດ້ຖ່າຍໂອນແມ່ນ 761,996 ສຳນວນ, ໂດຍແຂວງທີ່ຕ້ອງໄດ້ສຸມໃສ່ຊີ້ນຳ-ນຳພາປະຕິບັດຢ່າງເຂັ້ມງວດ ຍ້ອນຕົວເລກສຳມະໂນຄົວທີ່ຍັງບໍ່ໄດ້ປ້ອນເຂົ້າລະບົບມີຈໍານວນຫຼາຍກ່ວາແຂວງອື່ນ ລວມມີ 06 ແຂວງຄື:ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຈຳປາສັກ, ຫຼວງພະບາງ, ອຸດົມໄຊ, ຄຳມ່ວນ ແລະ ກອງບັນຊາການ ປກສ ແຂວງສາລະວັນ.

