ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງ ປກສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

 ໃນວັນທີ 19 ທັນວາ 2024, ທີ່ກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນໍາໂດຍ ທ່ານ ພົນຕີ ຫງວຽນວັນລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ "ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ" ໃນລະຫວ່າງວັນທີ 19-20 ທັນວາ 2024.
      ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ພົນຕີ ຫງວຽນວັນລອງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນທີ່ຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະ ກໍຄື ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື່ອໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄື ເຮັດວຽກຮ່ວມກັບຄະນະຮັບຜິດຊອບໂຄງການດັ່ງກ່າວຢູ່ທີ່ກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້.
     ໂອກາດດຽວກັນນີ້, ທ່ານ ພົນຕີ ຫງວຽນວັນລອງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບ ໂດຍສະເພາະ ແຜນການ ກໍຄື ວາລະກອງປະຊຸມທີ່ຈະໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບໂຄງການດັ່ງກ່າວຢູ່ທີ່ກະຊວງປ້ອງກັນຄວາມສະຫງົບໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.